ຄວນນຳສະເໜີນະໂຍບາຍເສີມຂະຫຍາຍຄວາມເກັ່ງກ້າສາມາດຂອງຊາວໜຸ່ມ

(VOVWORLD) - ປີ 2023, ຄະນະກຳມະການແຫ່ງຊາດ ກ່ຽວກັບຊາວໜຸ່ມ ຫວຽດນາມ ສືບຕໍ່ສົມທົບກັນຄົ້ນຄ້ວາ, ນຳສະເໜີການສ້າງກົນໄກ...
ຄວນນຳສະເໜີນະໂຍບາຍເສີມຂະຫຍາຍຄວາມເກັ່ງກ້າສາມາດຂອງຊາວໜຸ່ມ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ກ່າວຄຳເຫັນທີ່ພິທີ
(ພາບ:Xuân Tùng/thanhnien.vn)

ຄະນະກຳມະການແຫ່ງຊາດກ່ຽວກັບຊາວໜຸ່ມ ຫວຽດນາມ ຄວນເປັນເສນາທິການ ນຳສະເໜີບັນດານະໂຍບາຍຄວາມເກັ່ງກ້າສາມາດຂອງຊາວໜຸ່ມ. ນີ້ແມ່ນການຢັ້ງຢືນຂອງທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ທີ່ກອງປະຊຸມຄະນະກຳມະການແຫ່ງຊາດ ກ່ຽວກັບຊາວໜຸ່ມ ຫວຽດນາມ ຄັ້ງທີ 2 ຊຶ່ງຈັດຂຶ້ນໃນຕອນເຊົ້າວັນທີ 10 ມັງກອນ, ຢູ່ຮ່າໂນ້ຍ. ທ່ານຮອງນາຍົກລັດຖະມົນຕີ  ເຈິ່ນຮົ່ງຮ່າ ເນັ້ນໜັກວ່າ: ປີ 2023, ຄະນະກຳມະການແຫ່ງຊາດ ກ່ຽວກັບຊາວໜຸ່ມ ຫວຽດນາມ ສືບຕໍ່ສົມທົບກັນຄົ້ນຄ້ວາ, ນຳສະເໜີການສ້າງກົນໄກ, ນະໂຍບາຍ, ກົດໝາຍກ່ຽວກັບຊາວໜຸ່ມ ແລະ ວຽກງານຊາວໜຸ່ມ; ຈັດເວທີປາໄສລະດັບຊາດ, ສາກົນ ກ່ຽວກັບນະໂຍບາຍພັດທະນາຊາວໜຸ່ມ ແລະ ອົງການຈັດຕັ້ງບັນດາການເຄື່ອນໄຫວພົວພັນຕ່າງປະເທດຂອງຊາວໜຸ່ມ. ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ, ສະເໜີວ່າ:

          “ຄະນະກຳມະການແຫ່ງຊາດກ່ຽວກັບຊາວໜຸ່ມ ຫວຽດນາມ ຄວນຍົກອອກບັນດາໂຄງການເປົ້າໝາຍ, ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການ, ຄວາມມຸ່ງມາດປາດຖະໜາຂອງຊາວໜຸ່ມ, ແນ່ນອນວ່າ ລັດຖະບານ, ສະພາແຫ່ງຊາດຈະສະໜັບສະໜູນ. ຂ້າພະເຈົ້າເຫັນວ່າ ກຳລັງຊາວໜຸ່ມ ຫວຽດນາມ ມີຄວາມມຸ່ງຫວັງອຸທິດສ່ວນ ແລະ ນີ້ແມ່ນກຳລັງປັນຍາຊົນ… ດັ່ງນັ້ນ, ນອກຈາກບັນຫາຫັນເປັນດີຈີຕອນ, ຫັນເປັນສີຂຽວແລ້ວ, ພວກເຮົາຕ້ອງເສີມຂະຫຍາຍຄວາມເກັ່ງກ້າສາມາດຂອງລຸ້ນໜຸ່ມອີກດ້ວຍ”.

ຕອບກັບ

ຂ່າວ/ບົດ​ອື່ນ