ຄວນປົກປັກຮັກສາເດັກຕໍ່ໜ້າການປ່ຽນແປງຂອງດິນຟ້າອາກາດ

ຄວນປົກປັກຮັກສາເດັກຕໍ່ໜ້າການປ່ຽນແປງຂອງດິນຟ້າອາກາດ - ảnh 1
ພາບປະກອບ

(vovworld) – ​ຫວຽດນາມ ​ໄດ້​ຮັບ​ຖື​ວ່າ: ​ແມ່ນ​ໜຶ່ງ​ໃນ​ຈຳນວນ 6 ປະ​ເທດ ​ໃນ​ໂລກ​ຖືກ​ຜົນ​ສະທ້ອນຫຼາຍ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ບັນຫາ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ສຳລັບ​ເດັກ​, ​ໂດຍ​ຄະນະ​ຄຸ້ມ​ຄອງ​ໂຄງການ​ເພື່ອນ​ມິດ​​ເດັກ ນະຄອນ ​ໂຮ່ຈີ​ມິນ ສົມທົບ​ກັບ​ກອງ​ທຶນ​ອະນຸຊົນ ສປຊ (Unicef) ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 23/4 ຢູ່​ນະຄອນ ​ໂຮ່ຈີ​ມິນ, ມີ​ຜູ້​ແທນ​ຫຼາຍ​ທ່ານ​ຖື​ວ່າ: ຕ້ອງ​ມີ​ນະ​ໂຍບາຍ​ເພື່ອ​ປົກ​ປັກ​ຮັກສາ​ເດັກ​ຕໍ່ໜ້າ​ຜົນ​ສະທ້ອນ​ຈາກ​ການ​ປ່ຽນ​​ແປງ​ຂອງ​ດິນ​ຟ້າ​ອາກາດ, ສ້າງກາລະ​ໂອກາດ​ໃຫ້​ແກ່​ເດັກ​ເຂົ້າ​ຮ່ວມ​ການ​ສ້າງ ​ແລະ ປະຕິບັດ​ບັນດາ​ນະ​ໂຍບາຍ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ພ້ອມ​ກັນ​ນັ້ນ, ການ​ນຳ​ບັນດາ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ຕ້ອງ​ມີ​ຄວາມ​ຮູ້ ​ແລະ ທັກ​ສະ​ເພື່ອ​ແກ້​ໄຂ​ບັນ​ດາບັນ​ຫາສະຫງວນ​ສະ​ເພາະ​ໃຫ້​ເດັກ, ສ້າງ​ຕັ້ງ ​ແລະ ຝຶກ​ອົບຮົມ​ກຸ່ມ​ເດັກ​ຫຼັກ​ແຫຼ່ງລົງ​ເລິກ ​ແກ້​ໄຂ​ບັນຫາ​ປ່ຽນ​​ແປງ​ຂອງ​ດິນ​ຟ້າ​ອາກາດ​ສະ​ເພາະ​​ໃຫ້​ເດັກ.​.​. ທ່ານ​ນາງ ຟ້າ​ມທິລານ, ນັກ​ຊ່ຽວຊານ​ກ່ຽວກັບ​ຫານ​ບໍລິການ​ລັດ, ກອງ​ທຶນ​ອະນຸຊົນ​ ສປຊ, ​ໃຫ້​ຮູ້​ວ່າ:

        “ພາຍຫຼັງ​ການ​ທາ​ບທາມ​ຄວາມ​ເຫັນ, ພວກ​ຂ້າພະ​ເຈົ້າ​ໄດ້​​ແບ່ງປັນ​ການ​ຄົ້ນ​ພົບ​ກັບ ສສຊ ​ແລະ ​ເຂົາ​ເຈົ້າ​ດີ​ໃຈ​ຕໍ່ການ​ຄົ້ນ​ພົບ​ນີ້. ຍົກຕົວຢ່າງ​ຄື:  ​ເດັກນ້ອຍ​ໄດ້​ເຂົ້າ​ຮ່ວມ​ວຽກ​ງານ​ປ້ອງ​ກັນ, ສະກັດ​ກັ້ນ ​ແລະ ຮັບ​ມື​ກັບ​ການ​ປ່ຽນ​​ແປງ​ຂອງ​ດິນ​ຟ້າ​ອາກາດ, ມີ​ຄວາມ​ສາມາດ​ປະກອບສ່ວນ​ໃຫ້​ແກ່​​ແຜນ​ນະ​ໂຍບາຍ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ​ແຕ່ລະ​ທ້ອງ​ຖີ່​ນຕ້ອງ​ສ້າງ​ຍຸດ​ທະ​ສາດ​ລະອຽດ​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາກາດ, ພ້ອມ​ກັນ​ປົກ​ປັກ​ຮັກສາ​ເດັກ​ຕໍ່ໜ້າ​ການ​ປ່ຽນ​​ແປງ​ຂອງ​ດິນ​ຟ້າ​ອາກາດ”


ຂ່າວ/ບົດ​ອື່ນ