ຄວນປ່ຽນໃຫມ່ການຈັດຕັ້ງຂະແຫນງກາເຟ ຫວຽດນາມ

ຄວນປ່ຽນໃຫມ່ການຈັດຕັ້ງຂະແຫນງກາເຟ ຫວຽດນາມ - ảnh 1
ພາບປະກອບ: internet


(vovworld) - ກອງ​ປະຊຸມ​ສຳ​ມະ​ນາ​ປ່ຽນ​ໃຫມ່​ການຈັດ​ຕັ້ງ​ຂະ​ແຫນງ​ກາ​ເຟ ຫວຽດນາມ ​ໂດຍ​ສະ​ຖາ​ບັນນະ​ໂຍບາຍ ​ແລະ ຍຸດ​ທະ​ສາດ​ພັດທະນາ​ກະສິກຳ​ຊົນນະບົດ, ສັງກັດ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຫວຽດນາມ ຈັດ​ຕັ້ງ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 19/9 ຢູ່ ນະຄອນ Buon Ma Thuot ​ແຂວງ Dac Lac. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ຜູ້ຕາງຫນ້າ​ສະ​ຖາ​ບັນນະ​ໂຍບາຍ ​ແລະ ຍຸດ​ທະ​ສາດ​ພັດທະນາ​ກະສິກຳ ຊົນ​ນະ​ບົດ ​ໄດ້​ສະ​ເຫ​ນີ​ໂຄງການ​ປະຕິ​ຮູບ​ລະບອບ​ຂະ​ແຫນງ​ກາ​ເຟ. ທ່ານ Dang Kim Son  ຫົວຫນ້າ​ສະຖານ​ບັນ​ດັ່ງກ່າວ​ຖື​ວ່າ: ວິ​ສາ​ຫະກິດຜູ້​ປູກ ກາ​ເຟ ຫວຽດນາມ ພວມ​ຂາດ​ການ​ຮ່ວມ​ສຳພັນ, ຂາດ​ລະບອບ​ເປ​ັນ​ເອກະ​ພາບ​ເພື່ອ​ພັດທະນາ​ແບບ​ຍືນ​ຍົງ.

        “ຮອດ​ຈຸດ​ເວລາ​​ແລ້ວທີ່​ພວກ​​ເຮົາ​ຕ້ອງ​ປ່ຽນ​ໃຫມ່​ການ​ກຳນົດ​ທິດ​ທັງ​ໝົດ​​ໃນ​ການ​ສ້າງ​ໂຄງ​ປະກອບ​ຂະ​ແຫນງ​ກາ​ເຟຄືນ​ໃຫມ່. ສະ​ຖາ​ບັນ​ຍຸດ​ທະ​ສາດ​ນະ​ໂຍບາຍ​ພວມ​ສ້າງ​ຍຸດ​ທະ​ສາດ​ພັດທະນາ​ການຜະລິດ​ກະສິກຳ​ໃນ​ຮອບ​ເວລາ 10 ປີ​ຈະ​ມາ​ເຖິງ, ​ໃນ​ນັ້ນ​ມີ​ການ​ສ້າງ​ຂະ​ແຫນງ​ກາ​ເຟຄືນ​ໃຫມ່. ນີ້​ແມ່ນ​ຄວາມ​ຮຽກຮ້ອງ​ສຳຄັນ​ທີ່​ສຸດ. ພວກ​ຂ້າພະ​ເຈົ້າ​ສຸມ​​ໃສ່​ບັນຫາ​ປ່ຽນ​ໃຫມ່​ການຈັດ​ຕັ້ງ​ລະບອບ, ນີ້​ແມ່ນ​ຄຳ​ຮຽກຮ້ອງ​ຕົ້ນຕໍ.”

ຂ່າວ/ບົດ​ອື່ນ