ຄວນຮັບປະກັນຖານະນິຕິທຳຂອງແມ່ຍິງ ແລະ ເດັກນ້ອຍ

(VOVWORLD) -
 
ຄວນຮັບປະກັນຖານະນິຕິທຳຂອງແມ່ຍິງ ແລະ ເດັກນ້ອຍ - ảnh 1 ພິທີເປີດຕົວບົດລາຍງານພາກພື້ນ ກ່ຽວກັບການຊຸກຍູ້ການເຊື່ອມຕົວແບບຍືນຍົງຂອງປະຊາຄົມ ອາຊຽນ (ພາບ:  tuoitre.vn)

ຕອນບ່າຍວັນທີ 17 ພະຈິກ, ທີ່ຮ່າໂນ້ຍ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໄດ້ສົມທົບກັບຄະນະເລຂາ ອາຊຽນ ແລະ ອົງການຂ້າຫລວງໃຫຍ່ສະຫະປະຊາຊາດເພື່ອຊາວອົບພະຍົບ (UNHCR) ຈັດຕັ້ງພິທີເປີດຕົວບົດລາຍງານພາກພື້ນ ກ່ຽວກັບການຊຸກຍູ້ການເຊື່ອມຕົວແບບຍືນຍົງຂອງປະຊາຄົມ ອາຊຽນ ໂດຍຜ່ານການຮັບປະກັນຖານະນິຕິທຳຂອງແມ່ຍິງ ແລະ ເດັກນ້ອຍ ອາຊຽນ. ກ່າວຄຳເຫັນທີ່ພິທີເປີດຕົວ, ທ່ານນາງ ຫງວຽນທິຮ່າ, ຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ຖືວ່າ:

        “ຂ້າພະເຈົ້າຫວັງວ່າ ໝາກຜົນແຫ່ງການຄົ້ນຄວ້ານີ້ ຈະແມ່ນພື້ນຖານສຳຄັນ ເພື່ອໃຫ້ບັນດາປະເທດສະມາຊິກ, ບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງຂອງ ອາຊຽນ ພ້ອມກັບອົງການຂ້າຫລວງໃຫຍ່ສະຫະປະຊາຊາດເພື່ອຊາວອົບພະຍົບ ແລະ ບັນດາຄູ່ຮ່ວມມືຜັນຂະຫຍາຍ, ພິຈາລະນາບັນດາກາລະໂອກາດ, ສິ່ງທ້າທາຍທີ່ກ່ຽວຂ້ອງ ແລະ ປະຕິບັດບັນດາຂໍ້ສະເໜີແນະກ່ຽວກັບບັນດາມາດຕະການຮັບປະກັນສິດ ແລະ ຖານະຂອງແມ່ຍິງ ແລະ ເດັກນ້ອຍ, ປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ