ຄວາມຂາດສະຖຽນລະພາບຢູ່ຊູດານ ກໍ່ຄວາມວິຕົກວັງວົນເລິກເຊິ່ງໃຫ້ແກ່ປະຊາຄົມສາກົນ

(VOVWORLD) - ກຳລັງເຄິ່ງການທະຫານຢູ່ ຊູດານ ຍາດໄດ້ສິດຄວບຄຸມບາງຂົງເຂດທີ່ສຳຄັນຢູ່ນະຄອນຫຼວງ Khartoum
ຄວາມຂາດສະຖຽນລະພາບຢູ່ຊູດານ ກໍ່ຄວາມວິຕົກວັງວົນເລິກເຊິ່ງໃຫ້ແກ່ປະຊາຄົມສາກົນ - ảnh 1ລົດການທະຫານຢູ່ນະຄອນຫຼວງ Khartoum, ປະເທດ ຊູດານ
(ພາບ: AFP/TTXVN)

ປະຊາຄົມສາກົນພວມສະແດງຄວາມວິຕົກວັງວົນຢ່າງເລິກເຊິ່ງຕໍ່ບັນດາການຜັນແປການປະທະກັນໃໝ່ຢູ່ ຊູດານ ພາຍຫຼັງການປະທະກັນເກີດຂຶ້ນລະຫວ່າງກອງທັບ ແລະ ບັນດາກຳລັງປະຕິກິລາໄວ (RSF) - ເຊິ່ງເປັນກຸ່ມເຄິ່ງການທະຫານມີສິດອຳນາດຢູ່ປະເທດ ອາບຟຣີກາ ເໜືອນີ້ໃນວັນທີ 15 ເມສາ.

ວັນທີ 15 ເມສາ, ກຳລັງເຄິ່ງການທະຫານຢູ່ ຊູດານ ຍາດໄດ້ສິດຄວບຄຸມບາງຂົງເຂດທີ່ສຳຄັນຢູ່ນະຄອນຫຼວງ Khartoum, ໃນນັ້ນມີສຳນັກງານປະທານາທິບໍດີ, ພາຍຫຼັງທີ່ປະທະກັນກັບກຳລັງການທະຫານຂອງປະເທດນີ້. ກ່ອນໜ້ານັ້ນ, RSF ໄດ້ກ່າວຫາກຳລັງການທະຫານໄດ້ບຸກໂຈມຕີບາງຮາກຖານຂອງກຳລັງນີ້ຢູ່ພາກໃຕ້ Khartoum, ນຳໃຊ້ອາວຸດໜັກ ແລະ ອາວຸດເບົາ. ໃນຂະນະນັ້ນ, ກຳລັງກອງທັບ ຊູດານ ໃຫ້ຮູ້ວ່າ: RSF ໄດ້ບຸກໂຈມຕີກຳລັງນີ້ຢູ່ບາງສະຖານທີ່.

ຄວາມເຄັ່ງຕຶງລະຫວ່າງກຳລັງການທະຫານ ແລະ RSF ໄດ້ເພີ່ມຂຶ້ນໃນຫຼາຍເດືອນມານີ້, ເຮັດໃຫ້ບັນດາພັກຝ່າຍຢູ່ປະເທດນີ້ບໍ່ສາມາດລົງນາມຂໍ້ຕົກລົງທີ່ໄດ້ຮັບການສະໜັບສະໜູນຈາກສາກົນ ເພື່ອແນໃສ່ເຊື່ອມຕໍ່ວິວັດການຫັນປ່ຽນລັດຖະບານຂອງປະເທດນີ້.

ໃນສະພາບການກ່ຽວຂ້ອງ, ບັນດາບໍລິສັດການບິນຂອງ ອີຢິບ ແລະ ອາຣັບບິ ຊາອຸດິ ລ້ວນແຕ່ປະກາດໂຈະບັນດາຖ້ຽວບິນໄປ - ກັບ ຈາກຊູດານ.

ຕອບກັບ

ຂ່າວ/ບົດ​ອື່ນ