ຄວາມຊົງຈຳ 75 ປີແຫ່ງວັນເລືອກຕັ້ງທົ່ວປະເທດຂອງສະພາແຫ່ງຊາດຄັ້ງທຳອິດ

(VOVWORLD) -ບັນດາຍາກາດຂອງການເລືອກຕັ້ງທົ່ວປະເທດຂອງສະພາແຫ່ງຊາດຄັ້ງທຳອິດກ່ອນນີ້ 75 ປີແມ່ນຟົດຟື້ນມ່ວນຊື່ນທີ່ສຸດ.
ຄວາມຊົງຈຳ 75 ປີແຫ່ງວັນເລືອກຕັ້ງທົ່ວປະເທດຂອງສະພາແຫ່ງຊາດຄັ້ງທຳອິດ - ảnh 1ບັນດາຍາກາດຂອງການເລືອກຕັ້ງທົ່ວປະເທດຂອງສະພາແຫ່ງຊາດຄັ້ງທຳອິດກ່ອນນີ້ 75 ປີ
(ພາບ: TTXVN)

ກ່ອນນີ້ 75 ປີ (06 ມັງກອນ 1946 – 06 ມັງກອນ 2021) ປະຊາຊົນຫວຽດນາມ ທຸກທົ່ວໜ້າຈາກພາກເໜືອຕະຫຼອດຮອດພາກໃຕ້ຫວຽດນາມ, ໄດ້ໄປປ່ອນບັດ, ເລືອກເອົາຜູ້ຕາງໜ້າທີ່ມີຄວາມສາມາດເຂົ້າໃນສະພາແຫ່ງຊາດ. ໃນການເລືອກຕັ້ງທົ່ວປະເທດຂອງສະພາແຫ່ງຊາດຄັ້ງທຳອິດນັ້ນ ໄດ້ເປັນຂີດໝາຍທີ່ບໍ່ອາດຫຼົງລືມໄດ້ໃນຄວາມຊົງຈຳຂອງຜູ້ມີສິດເລືອກຕັ້ງໃນຄາວນັ້ນ.

        ນັກດົນຕີ ຫງວຽນວັນກຸຍ, ເກີດປີ 1925, ຢູ່ຮ່າໂນ້ຍ ໃຫ້ຮູ້ວ່າ, ບັນດາຍາກາດຂອງການເລືອກຕັ້ງທົ່ວປະເທດຂອງສະພາແຫ່ງຊາດຄັ້ງທຳອິດກ່ອນນີ້ 75 ປີແມ່ນຟົດຟື້ນມ່ວນຊື່ນທີ່ສຸດ.

        “ການເລືອກຕັ້ງທົ່ວປະເທດຂອງສະພາແຫ່ງຊາດນັ້ນແມ່ນເຫດການສຳຄັນພິເສດສຳລັບປະຊາຊົນຫວຽດນາມ, ເຊິ່ງເປັນຄັ້ງທຳອິດທີ່ປະເທດຫວຽດນາມ ໄດ້ສ້າງຕັ້ງສະພາແຫ່ງຊາດ. ສະພາແຫ່ງຊາດມີບົດບາດສ້າງກົດໝາຍ, ສ່ວນລັດຖະບານເປັນຜູ້ປະຕິບັດກົດໝາຍເຊິ່ງສະພາແຫ່ງຊາດປະກາດໃຊ້. ກ່ຽວກັບບັນຫາສ້າງກົດໝາຍ ແລະ ປະຕິບັດກົດໝາຍແມ່ນບັນຫາໃໝ່ສຳລັບປະຊາຊົນເວົ້າລວມ. ສະນັ້ນ, ປະທານໂຮ່ຈີມິນ ໄດ້ເວົ້າກັບພະນັກງານທີ່ເຮັດວຽກງານສະພາແຫ່ງຊາດທຸກຄົນວ່າ, ຕ້ອງເຮັດແນວໃດເພື່ອໃຫ້ປະຊາຊົນມີຄວາມເຂົ້າໃຈ: ເມື່ອມີບັດເລືອກຕັ້ງແລ້ວ ບັດນັ້ນແມ່ນມີຄວາມສຳຄັນຄືແນວໃດ, ມັນໄດ້ຕັດສິນແນວທາງ, ແຜນນະໂຍບາຍຂອງພັກ, ລັດ, ປະຊາຊົນ”.

        ໃນຈຸດເວລານັ້ນ, ທັງ 71 ແຂວງ, ນະຄອນໃນທົ່ວປະເທດລ້ວນແຕ່ດຳເນີນ ການປ່ອນບັດເລືອກຕັ້ງສະພາແຫ່ງຊາດ. ຈຳນວນຜູ້ມີສິດເລືອກຕັ້ງໄປປ່ອນບັດເລືອກຕັ້ງໄດ້ຂຶ້ນເຖິງ 89%, ທົ່ວໄປແມ່ນບັນລຸ 80%, ມີຫຼາຍເຂດແມ່ນບັນລຸ 95%.

ຕອບກັບ

ຂ່າວ/ບົດ​ອື່ນ