ຄວາມປະທັບໃຈກ່ຽວກັບງານບຸນແຟຊັນ ແລະ ເຕັກໂນໂລຢີ 2017

(VOVWORLD) - ພາຍຫຼັງ 3 ຄ່ຳຄືນແຫ່ງການສະແດງດ້ວຍຄວາມປະທັບໃຈ, ງານບຸນ ແຟຊັ່ນ ແລະ ເຕັກໂນໂລຢີ 2017 ໄດ້ອັດລົງໃນຕອນຄ່ຳວັນທີ 22 ຕຸລາ ຢູ່ຖະໜົນທາງຍ່າງ ຫງວຽນເຫ້ວ, ນະຄອນ ໂຮ່ຈີມິນ. 
ຄວາມປະທັບໃຈກ່ຽວກັບງານບຸນແຟຊັນ ແລະ ເຕັກໂນໂລຢີ 2017 - ảnh 1 ຊຸດແຟຊັ່ນ ໄດ້ຮັບການສະແດງໃນຄັ້ງນີ້

ງານບຸນໄດ້ອັດລົງດ້ວຍການແນະນຳຊຸດແຟຊັ່ນຂອງບັນດານັກສຶກສາທີ່ດີເດັ່ນໃນຂະແໜງອອກແບບແຟຊັ່ນຂອງມະຫາວິທະຍາໄລ, ສະຖາບັນອອກແບບແຟຊັ່ນໃນທົ່ວປະເທດ 12 ແຫ່ງ. ດ້ວຍຫົວຂໍ້ “ດວງດາວໃນອະນາຄົດ”, ງານບຸນແຟຊັ່ນ ແລະ ເຕັກໂນໂລຢີກາຍເປັນເວທີສະແດງໃຫ້ບັນດານັກອອກແບບໃນອະນາຄົດ, ດ້ວຍບັນດາຊຸດແຟຊັ່ນຫຼາຍຮູບຫຼາຍແບບ, ທີ່ເປັນເອກະລັກສະເພາະ, ມີລັກສະນະບຸກທະລຸຂອງຂະແໜງອອກແບບແຟຊັ່ນ. ໂດຍເປັນຜູ້ມີຊຸດແຟຊັ່ນໃນຄ່ຳຄືນນີ້, ອ້າຍ ຟ້າມມີງເຕີມ, ນັກສຶກສາຂະແໜງອອກແບບແຟຊັ່ນ, ມະຫາວິທະຍາໄລວັນລາງ, ແບ່ງປັນວ່າ:

        “ມື້ນີ້, ຂ້າພະເຈົ້າໄດ້ເຂົ້າຮ່ວມງານບຸນ ດ້ວຍຊຸດແຟຊັ່ນ Happer Natuare, ເຊິ່ງປະກອບມີ 6 ຊຸດ. ຊຸດແຟຊັ່ນນີ້ດ້ວຍແນວຄວາມຄິດທີ່ວ່ານີ້ແມ່ນນະຄອນຟື້ນຕົວຂຶ້ນພາຍຫຼັງຖືກຊຸດໂຊມ ຂ້າພະເຈົ້າຫວັງວ່າ, ໃນອະນາຄົດ, ຫວຽດນາມ ຈະກາຍເປັນສະຖານທີ່ພັດທະນາຢ່າງແຮງທາງດ້ານແຟຊັ່ນ.”

 

ຕອບກັບ

ຂ່າວ/ບົດ​ອື່ນ