ຄວາມປະທັບໃຈກ່ຽວກັບລາຍການ “ພາຍໃຕ້ຄັນທຸງຕັດສິນໄຊຊະນະ”

(VOVWORLD) - ເຂົ້າຮ່ວມລາຍການ, ຢູ່ສະຖານທີ່ນະຄອນ ໂຮ່ຈີມິນ ມີທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ; ຢູ່ສະຖານທີ່ນະຄອນຫຼວງ ຮ່າໂນ້ຍ ມີທ່ານນາງ ເຈືອງທິມາຍ, ຜູ້ປະຈຳການຄະນະເລຂາທິການ, ຫົວໜ້າຄະນະຈັດຕັ້ງສູນກາງພັກ.

 

ການຖ່າຍທອດສົດລາຍການ “ພາຍໃຕ້ຄັນທຸງຕັດສິນໄຊຊະນະ” ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 7/5/2024) ຈັດຂຶ້ນໃນຕອນຄ່ຳວັນທີ 5 ພຶດສະພາ, ຢູ່ 5 ສະຖານທີ່. ສະຖານທີ່ຕົ້ນຕໍແມ່ນອະນຸສາວາລີໄຊຊະນະ ດ້ຽນບຽນຝູ ຢູ່ໂນນພູ D1, ນະຄອນ ດ້ຽນບຽນຝູ, ແຂວງ ດ້ຽນບຽນ. ອີກ 4 ສະຖານທີ່ແມ່ນ: ສະໜາມຫຼວງ ບາດິ່ງ (ຮ່າໂນ້ຍ), ສະໜາມຫຼວງ ລາມເຊີນ (ນະຄອນ ແທັງຮ໋ວາ, ແຂວງ ແທັງຮ໋ວາ), ສາລາບ້ານ ກອນກະລໍ (ນະຄອນ ກອນຕຸມ, ແຂວງ ກອນຕຸມ), ເຂດປູຊະນີຍະສະຖານ ເສົາທຸງ ຖືຫງື (ນະຄອນ ໂຮ່ຈີມິນ).

        ເຂົ້າຮ່ວມລາຍການ, ຢູ່ສະຖານທີ່ນະຄອນ ໂຮ່ຈີມິນ ມີທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ; ຢູ່ສະຖານທີ່ນະຄອນຫຼວງ ຮ່າໂນ້ຍ ມີທ່ານນາງ ເຈືອງທິມາຍ, ຜູ້ປະຈຳການຄະນະເລຂາທິການ, ຫົວໜ້າຄະນະຈັດຕັ້ງສູນກາງພັກ. ເຂົ້າຮ່ວມຢູ່ສະຖານທີ່ ກອນຕຸມ, ມີ ຜູ້ຮັກສາການທ່ານນາງປະທານປະເທດ ຫວໍທິແອັງຊວນ, ຢູ່ສະຖານທີ່ ດ້ຽນບຽນ ມີທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຈິ່ນແທັງເໝີນ.

        ລາຍການໄດ້ວາດພາບເຖິງຊຸມວັນເດືອນປີທີ່ພິລະອາດຫານຂອງຊາດ, ປະກອບສ່ວນຊ່ວຍໃຫ້ປະຊາຊົນທຸກຊັ້ນວັນນະເຂົ້າໃຈເລິກເຊິ່ງກ່ວາກ່ຽວກັບຄວາມໝາຍ, ຂອບຂະໜາດ, ຄຸນຄ່າປະຫວັດສາດຂອງໄຊຊະນະ ດ້ຽນບຽນຝູ. ອ້າຍ ຫວູຕ໋ຽນທວດ, ຜູ້ເຂົ້າຮ່ວມລາຍການແບ່ງປັນວ່າ:

        “ໂດຍແມ່ນຄົນລຸ້ນໜຸ່ມ, ພວກຂ້າພະເຈົ້າຮູ້ສຶກເອກອ້າງທະນົງໃຈ ແລະ ເປັນກຽດເມື່ອໄດ້ດຳລົງຊີວິດໃນສະພາບແວດລ້ອມຄືໃນທຸກວັນນີ້, ຍ້ອນຜ່ານລາຍການ, ພວກຂ້າພະເຈົ້າຮູ້ໄດ້ວ່າ : ເພື່ອມີສັນຕິພາບຄືໃນທຸກວັນນີ້, ລຸ້ນພໍ່ລຸ້ນອ້າຍຕ້ອງເສຍສະຫຼະຊີວິດ, ເລືອດເນື້ອຢ່າງຫຼວງຫຼາຍ. ຜ່ານລາຍການນີ້, ຂ້າພະເຈົ້າເອງເຫັນວ່າ ຕ້ອງມີຄວາມຮັບຜິດຊອບກ່ວາ, ສືບທອດບັນດາສິ່ງທີ່ລຸ້ນຄົນໄປກ່ອນປະໄວ້ໃຫ້ເພື່ອສ້າງສາປະເທດຊາດໃຫ້ນັບມື້ນັບວັດທະນາຖາວອນກ່ວາອີກ”.

ຕອບກັບ

ຂ່າວ/ບົດ​ອື່ນ