ຄວາມມານະພະຍາຍາມຂອງໂລກພາຍຫຼັງ 2 ປີ WHO ປະກາດໂລກລະບາດໂຄວິດ-19

(VOVWORLD) -2 ປີຜ່ານມາ, ເຊື້ອໄວຣັດ SARS-CoV-2 ໄດ້ການພັນຢ່າງຕໍ່ເນື່ອງ ດ້ວຍຫຼາຍສາຍພັນໃໝ່, ເຊິ່ງເຮັດໃຫ້ການປ້ອງກັນ ຕ້ານໂລກລະບາດຂອງຫຼາຍປະເທດນັບມື້ນັບຫຍຸ້ງຍາກ, ສັບສົນກວ່າ.
ຄວາມມານະພະຍາຍາມຂອງໂລກພາຍຫຼັງ 2 ປີ WHO ປະກາດໂລກລະບາດໂຄວິດ-19 - ảnh 1ເຊື້ອໄວຣັດ SARS-CoV-2 ໄດ້ການພັນຢ່າງຕໍ່ເນື່ອງ
(ພາບປະກອບ: AFP/TTXVN)

ກ່ອນນີ້ 2 ປີ, ວັນທີ 11 ມີນາ ປີ 2020, ຕໍ່ໜ້າການແຜ່ລະບາດຂອງເຊື້ອໄວຣັດ SARS-CoV-2 ໃນທົ່ວໂລກ, ທ່ານຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO) Tedros Adhanom Ghebreyesus ໄດ້ປະກາດພະຍາດອັກເສບປອດຈຸລະໂລກ Covid-19 ແມ່ນໂລກລະບາດທົ່ວໂລກ.

        2 ປີຜ່ານມາ, ເຊື້ອໄວຣັດ SARS-CoV-2 ໄດ້ການພັນຢ່າງຕໍ່ເນື່ອງ ດ້ວຍຫຼາຍສາຍພັນໃໝ່, ເຊິ່ງເຮັດໃຫ້ການປ້ອງກັນ ຕ້ານໂລກລະບາດຂອງຫຼາຍປະເທດນັບມື້ນັບຫຍຸ້ງຍາກ, ສັບສົນກວ່າ. ໂລກລະບາດໂຄວິດ-19 ກໍ່ເຮັດໃຫ້ໂລກໄດ້ຮັບຄວາມເສຍຫາຍຢ່າງໜັກໜ່ວງ. ນອກຈາກຄວາມເສຍຫາຍທາງຊີວິດອິນຊີແລ້ວ, Covid-19 ຍັງກໍ່ຜົນຕາມມາໃຫ້ເສດຖະກິດໂລກຄື: ເຮັດໃຫ້ລະບົບສະໜອງທົ່ວໂລກຖືກຕັດຂາດ, logistics ຖືກຕັດຕອນ, ພ້ອມກັບສະພາບຂາດແຄນ ແລະ ລາຄາພະລັງງານເພີ່ມຂຶ້ນສູງ…

        ມາຮອດປະຈຸບັນ, ຍ້ອນຄວາມມານະພະຍາຍາມຄວບຄຸມໂລກລະບາດໂຄວິດ-19 ຢູ່ຫຼາຍປະເທດໃນໂລກ, ພິເສດແມ່ນຄວາມກ້າວໜ້າໃນການສັກວັກຊິນ, ໄດ້ ແລະ ພວມ ສ້າງສັນຍານຕັ້ງໜ້າໃຫ້ແກ່ການດຳລົງຊີວິດໃນສະພາບປົກກະຕິໃໝ່ ເມື່ອບັນດາປະເທດກ້າວເຂົ້າສູ່ການຟື້ນຟູພື້ນຖານເສດຖະກິດ, ການທ່ອງທ່ຽວ… ເທື່ອລະກ້າວ. ເພື່ອບັນລຸໄດ້ເປົ້າໝາຍດັ່ງກ່າວ, WHO ຍັງສືບຕໍ່ມານະພະຍາຍາມຂົນຂວາຍບັນດາປະເທດແກ້ໄຂສະພາບຂາດຄວາມສະເໝີພາບດ້ານວັກຊິນ, ມຸ່ງໄປເຖິງການສັກວັກຊິນກັນໂຄວິດ-19 ໃຫ້ພົນລະເມືອງ 70% ໃນທົ່ວໂລກໃນກາງປີ 2022 ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ