ຄວາມສາມາດບົ່ມຊ້ອນໃຫຍ່ໃນການຮ່ວມມືດ້ານເສດຖະກິດລະຫວ່າງຫວຽດນາມແລະຕາເວັນອອກກາງ

ຄວາມສາມາດບົ່ມຊ້ອນໃຫຍ່ໃນການຮ່ວມມືດ້ານເສດຖະກິດລະຫວ່າງຫວຽດນາມແລະຕາເວັນອອກກາງ - ảnh 1
ພາບປະກອບ:internet


(vovworld)- ບັນດາ​ປະ​ເທດ​ຕາ​ເວັນ​ອອກ​ກາງ​ມີ​ຄວາມ​ຕ້ອງການ​ອັນ​ໃຫຍ່​ຫລວງ​ກ່ຽວ​ກັບ​ການ​ນຳ​ເຂົ້າ​ທັນ​ຍາ​ຫານ, ອາຫານ, ຜະລິດ​ຕະພັນ​ກະ​ເສດ, ສິນ​ໃນ​ນ້ຳ ​ແລະ ​ເຄື່ອງ​ໃຊ້​ສອຍ. ນີ້​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ ​ເຈີ​ນກວາງ​ຮູ​ຍ, ຫົວຫນ້າ​ກົມ​ຕະຫລາດ ​ອາ​​ຟຼິກາ, ອາຊີ​ຕາ​ເວັນ​ຕົກ ​ແລະ ອາຊີ​ໃຕ້ ທີ່​ກອງ​ປະຊຸມ​ສຳ​ມະ​ນາ“ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ກາລະ​ໂອກາດ​ດຳ​ເນີນ​ທຸລະ​ກິດ​ກັບ​ບັນດາ​ປະ​ເທດ​ຕາ​ເວັນ​ອອກ​ກາງ ​ໂດຍ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​ຫວຽດນາມ ຈັດ​ຕັ້ງ​ຂຶ້ນ​ໃນ​ວັນ​ທີ 18/4 ຢູ່ ນະຄອນ​ໂຮ່ຈິ​ມີນ. ຕາມ​ທ່ານ ​ເຈີ​ນກວາງ​ຮູ​ຍ ​ແລ້ວ, ຕາ​ເວັນ​ອອກ​ກາງ ​ແມ່ນ​ເຂດ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ກ່ຽວ​ກັບ​ນ້ຳມັນ​ບໍ່, ອາຍ​ແກ​ສ; ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ການ​ເງິນ​ອັນ​ໃຫຍ່​ຫລວງ. ​​ແຕ່​ເງື່ອນ​ໄຂ​ທຳ​ມະ​ຊາດ​​ບໍ່​ສະດວກ ສະ​ນັ້ນ ຄວາມ​ຕ້ອງການ​ກ່ຽວ​ກັບ​ສະບຽງ​ອາຫານ​ແມ່ນ​ຫລາຍ​ສົມຄວນ. ນີ້​ແມ່ນ​ກາລະ​ໂອກາດ​ໃຫຍ່​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ໃນ​​ເຂດ​ຕາ​ເວັນ​ອອກ​ກາງ. ຄຽງ​ຄູ່​ກັນ​ນັ້ນ, ບັນດາ​ຕະຫລາດ​ຄື: ຕວກກີ, ອິດສະຣາ​ແອນ, ອີຣານ, ອີຣັກ ​ແມ່ນ​ບັນດາ​ຕະຫລາດ​ຈຸດ​ສຸມຊື່​ງບັນດາ​ວິ​ສາ​ຫະກິດ ຫວຽດນາມ ຄວນ​ສົນ​ໃຈ. ປີ 2013, ວົງ​ເງິນ​ສົ່ງ​ອອກ​ຂອງ​ຫວຽດນາມ ​ໄປ​ຍັງ​ຕາ​ເວັນ​ອອກ​ກາງ​ບັນລຸ​ເກືອບ 6,7 ຕື້ USD.

ຂ່າວ/ບົດ​ອື່ນ