ຄວາມສ່ຽງເກີດການປະທະກັນຄັ້ງໃຫຍ່ຢູ່ ລີບີ

(VOVWORLD) -ມີບາງປະເທດໄດ້ສົ່ງເສີມນາຍພົນ Haftar ບຸກໂຈມຕີໃສ່ Tripoli

ວັນທີ 18 ເມສາ, ທ່ານ Ghassan Salame ທູດພິເສດ ສປຊ ຮັບຜິດຊອບກ່ຽວກັບບັນຫາ ລີບີ ໄດ້ກ່າວເຕື່ອນ ຄວາມສ່ຽງເກີດການປະທະກັນຄັ້ງໃຫຍ່ຢູ່ປະເທດ ອາຟະລິກາເໜືອ ເມື່ອມີບາງປະເທດໄດ້ສົ່ງເສີມນາຍພົນ Haftar ບຸກໂຈມຕີໃສ່ Tripoli. ຕາມທ່ານ Salame ແລ້ວ, ນອກຈາກບັນດາການສະໜັບສະໜູນແບບເປີດເຜີຍຂອງ ລັດເຊຍ, ອີຢິບ, ສະຫະລັດ ອາຣັບ ເອມມີເລດ ແລ້ວ, ຫຼາຍປະເທດອື່ນ ກໍໄດ້ສະແດງທັດສະນະວ່າ ບັ້ນຮົບການທະຫານຂອງນາຍພົນ Haftar ແມ່ນການກະທໍາທີ່ເໝາະສົມ ເພື່ອຢຸດຕິສະພາບການແບ່ງແຍກດ້ານການເມືອງ ຢູ່ ລີບີ.

        ກ່ຽວຂ້ອງເຖິງບັນຫາດັ່ງກ່າວ, ວັນທີ 18 ເມສາ, ເຫດບຸກໂຈມຕີປະກອບອາວຸດ ໄດ້ເກີດຂຶ້ນຢູ່ ຖານທີ່ໝັ້ນທະຫານ ອາກາດ Tamanhint ຢູ່ທາງພາກໃຕ້ ລີບີ. ຕາມທ່ານ Mohamed Aburrahman ເຊິ່ງແມ່ນເຈົ້າໜ້າທີ່ກອງທັບຜູ້ໜຶ່ງ ໃຫ້ຮູ້ວ່າ, ຖານທີ່ໝັ້ນ Tamanhint ຖືກບຸກໂຈມຕີໂດຍບັງເອີນໃນຕອນເຊົ້າຂອງວັນດຽວກັນ. ຕາມສໍານັກຂ່າວສານ ຊີນຮວາ ແລ້ວ, ທ່ານ Aburrahman ບໍ່ເປີດເຜີຍໃຫ້ຮູ້ຊື່ຂອງກຸ່ມປະຕິບັດການບຸກໂຈມຕີດັ່ງກ່າວ. ເຖິງຢ່າງໃດກໍຕາມ, ວົງການສື່ມວນຊົນທ້ອງຖິ່ນໄດ້ໃຫ້ຂ່າວວ່າ ກຸ່ມຄົນທີ່ປະຕິບັດການບຸກໂຈມຕີນັ້ນ ໄດ້ຢັ້ງຢືນວ່າ ແມ່ນກໍາລັງສະໜັບສະໜູນ ລັດຖະບານສາມັກຄີຊົນຊາດ ລີບີ (GNA) ທີ່ໄດ້ຮັບການຮັບຮອງຈາກສາກົນຢູ່ Tripoli. 

ຕອບກັບ

ຂ່າວ/ບົດ​ອື່ນ