ຄວາມເຄັ່ງຕຶງລະຫວ່າງ ອັງກິດ ແລະ ອີຣານ ເພີ່ມຂຶ້ນ

(VOVWORLD) -ທ່ານຫົວໜ້າກົມທິດຕາເວັນຕົກເອີລົບ ໄດ້ສົ່ງຈົດໝາຍຄັດຄ້ານບັນດາການກະທຳເຊິ່ງ ລອນດອນ ກໍ່ໃຫ້ເກີດສຳລັບ “ຄວາມໝັ້ງຄົນຂອງປະເທດ ສ.ອິດສະລາມ ອີຣານ”.

ວັນທີ 14 ມັງກອນ, ກະຊວງການຕ່າງປະເທດ ອີຣານ ໄດ້ຮຽກຕົວທ່ານເອກອັກຄະລັດຖະທູດ ອັງກິດ Simon Shercliff ເພື່ອມອບຈົດໝາຍທາງການຄັດຄ້ານ “ການກະທຳແຊກແຊງຢ່າງຜິດກົດໝາຍ” ຂອງ ລອນດອນ ໃສ່ວຽກງານພາຍໃນຂອງ ເຕເຮຣານ. ຕາມແຈ້ງການເຊິ່ງໄດ້ລົງໃນເວັບໄຊຂອງກະຊວງການຕ່າງປະເທດ ອີຣານ ແລ້ວ, ທ່ານຫົວໜ້າກົມທິດຕາເວັນຕົກເອີລົບ ໄດ້ສົ່ງຈົດໝາຍຄັດຄ້ານບັນດາການກະທຳເຊິ່ງ ລອນດອນ ກໍ່ໃຫ້ເກີດສຳລັບ “ຄວາມໝັ້ງຄົນຂອງປະເທດ ສ.ອິດສະລາມ ອີຣານ”.

ຝ່າຍ ອີຣານ ຍົກອອກຂໍ້ຕົກລົງຮຽກຕົວທ່ານເອກອັກຄະລັດຖະທູດ Simon Shercliff ມາພາຍຫຼັງເຫດສັງຫານອະດີດລັດຖະມົນຕີກະຊວງປ້ອງກັນປະເທດ Alireza Akbari, ຜູ້ຖື 2 ສັນຊາດ ອີຣານ - ອັງກິດ, ຍ້ອນໂທດ “ເປັນນັກສືບລາຊະການລັບ  ໃຫ້ອົງການສືບລາຊະການລັບລາຊະນາຈັກ ອັງກິດ”. ທ່ານ Alireza Akbari ອາຍຸ 61 ປີ, ຖືກຈັບຕົວເມື່ອປີ 2019.

ຕອບກັບ

ຂ່າວ/ບົດ​ອື່ນ