ຄວາມ​ເຄັ່ງ​ຕຶງ​ລະ​ຫວ່າງ ອາບ​ກາ​ນິດ​ສະ​ຖານ ແລະ ປາ​ກິດ​ສະ​ຖານ​ເພີ່ມ​ຂຶ້ນ​ຢ່າງ​ແຮງ

(VOVWORLD) - ທ່ານ Zabiullah Mujahid ໂຄສົກຂອງ Taliban ຢັ້ງຢືນວ່າ ອາບການິດສະຖານ ບໍ່ອະນຸຍາດ ການນຳໃຊ້ຜືນແຜ່ນດິນຂອງປະເທດນີ້ ເພື່ອແນໃສ່່ກໍ່ຄວາມເສຍຫາຍທາງດ້ານຄວາມໝັ້ນຄົງແຫ່ງຊາດ.
ຄວາມ​ເຄັ່ງ​ຕຶງ​ລະ​ຫວ່າງ ອາບ​ກາ​ນິດ​ສະ​ຖານ ແລະ ປາ​ກິດ​ສະ​ຖານ​ເພີ່ມ​ຂຶ້ນ​ຢ່າງ​ແຮງ - ảnh 1ພາບປະກອບ: AFP/TTXVN

ວັນທີ 18 ມີນາ, ອຳນາດການປົກຄອງ Taliban ຢູ່ ອາບການິດສະຖານ ໄດ້ປະກາດດຳເນີນການຍິງ ອາວຸດປະເພດໜັກ ເລັ່ງໃສ່ ບັນດາກຳລັງ ປາກິດສະຖານ ຢູ່ເຂດລຽບຕາມເຂດຊາຍແດນຂອງສອງປະເທດ, ເພື່ອໂຕ້ຕອບເລື່ອງ ປາກິດສະຖານ ດຳເນີນ ການບຸກໂຈມຕີທາງອາກາດ 2 ຄັ້ງເລັ່ງໃສ່ບັນດາສະຖານທີ່ພາຍໃນຜືນແຜ່ນດິນຂອງ ອາບການິດສະຖານ. ໃນຂະນະນັ້ນ, ທ່ານ Zabiullah Mujahid ໂຄສົກຂອງ Taliban ຢັ້ງຢືນວ່າ ອາບການິດສະຖານ ບໍ່ອະນຸຍາດ ການນຳໃຊ້ຜືນແຜ່ນດິນຂອງປະເທດນີ້ ເພື່ອແນໃສ່່ກໍ່ຄວາມເສຍຫາຍທາງດ້ານຄວາມໝັ້ນຄົງແຫ່ງຊາດ. ການກະທຳດັ່ງກ່າວໄດ້ດຳເນີນພາຍຫຼັງ ປາກິດສະຖານ ດຳເນີນການບຸກໂຈມທາງອາກາດຕີເລັ່ງໃສ່ບັນດາສະຖານທີ່ ເຊິ່ງສົງໄສວ່າ ເປັນບ່ອນລີ້ຕົວຂອງກຸ່ມ Taliban ຢູ່ປາກິດສະຖານ (TTP) ພາຍໃນຜືນແຜ່ນດິນຂອງ ອາບການິດສະຖານ. ຕາມເຈົ້າໜ້າທີ່ ປາກິດສະຖານ ທີ່ບໍ່ເຜີຍຊື່ແລ້ວ, ບັນດາເຫດບຸກໂຈມຕີທາງອາກາດ ໃນຕອນເຊົ້າວັນທີ 18 ມີນາ ໄດ້ເກີດຂຶ້ນຢູ່ ເຂດ Khost ແລະ Paktika ເຊິ່ງເປັນຊາຍແດນຕິດກັບ ປາກິດສະຖານ.

ຕອບກັບ

ຂ່າວ/ບົດ​ອື່ນ