ຄວາມເຄັ່ງຕຶງລະຫວ່າງການພົວພັນ ຍີ່ປຸ່ນ ແລະ ສ ເກົາຫຼີ


ຄວາມເຄັ່ງຕຶງລະຫວ່າງການພົວພັນ ຍີ່ປຸ່ນ ແລະ ສ ເກົາຫຼີ - ảnh 1
ທ່ານ​ປະທານາທິບໍດີ ສ ​ເກົາຫຼີ Lee Myung bak ຢ້ຽມຢາມໝູ່ເກາະ Dokdo
(ພາບ: xalo.vn)

(vovworld) - ການ​ພົວພັນ​ລະຫວ່າງ ຍີ່ປຸ່ນ ​ແລະ ສ ​ເກົາຫຼີ ​ພັດ​ມີຄວາມ​ເຄັ່ງ​ຕຶງຂຶ້ນຍ້ອນ​ບັນ​ຫາ​ພິພາດກັນກ່ຽວ​ກັບຜືນ​ແຜ່ນດິນ. ວັນ​ທີ 10/8, ຍີ່ປຸ່ນ​ໄດ້​ຮຽກຕົວ​​ເອກ​ອັກຄະ​ລັດຖະທູດ​ປະ​ເທດ​ນີ້​ປະຈຳ ສ ​ເກົາຫຼີ ກັບ​ເມືອ​ປະ​ເທດ ​ເພື່ອ​ຄັດຄ້ານ​ການ​ຢ້ຽມຢາມ​ຂອງ​ທ່ານ​ປະທານາທິບໍດີ ສ ​ເກົາຫຼີ Lee Myung bak ​ໄປ​ຍັງ​ໝູ່​ເກາະ Takeshima ​ເຊິ່ງ ສ ​ເກົາຫຼີ ​ເອີ້ນ​ວ່າ Dokdo. ນີ້​ແມ່ນ​ເຂດ​ພິພາດ​ກັນ​ລະຫວ່າງ 2 ປະ​ເທດ​ໃນ​ໄລຍະ​ຍາວ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຍີ່ປຸ່ນ Koichiro Gemba ​ໃຫ້​ຮູ້​ວ່າ: ທ່ານ​ຈະ​ພົບ​ປະ​ກັບ​ເອກ​ອັກຄະ​ລັດຖະທູດ​ຄົນນີ້ ​ເພື່ອ​ທາ​ບທາມ​ຄວາມ​ເຫັນ​ກ່ຽວ​ກັບ​ວິທີ​ການ​ແກ້​ໄຂ​ບັນຫາ​ນີ້, ​ໃນ​ນັ້ນ​ມີ​“ບັນດາ​ມາດ​ຕະການ​​ເຊິ່ງ ຍີ່ປຸ່ນ ອາດ​ຈະ​ຜັນ​ຂະຫຍາຍ”. ຫ້ອງການ​ຂອງ​ທ່ານ​ປະທານາທິບໍດີ ສ ​ເກົາຫຼີ ກໍ​ຢັ້ງຢືນ​ວ່າ ທ່ານ Lee Myung bak ​ໄດ້​ດຳ​ເນີນ​ການ​ຢ້ຽມຢາມ​​​ເກາະ Dokdo. ກ່ອນ​ໜ້າ​ນັ້ນ, ​ໂຕ​ກຽວ ​ໄດ້​ກ່າວ​ເຕືອນ​ວ່າ: ການ​ຢ້ຽມຢາມ ຈະ​ສົ່ງ​ຜົນ​ສະທ້ອນ​ບໍ່​ດີ ​ເຖິງ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ.



 


ຂ່າວ/ບົດ​ອື່ນ