ຄວາມ​ເຄັ່ງ​ຕຶງ​ໃນ​ການ​ພົວ​ພັນ​ລະ​ຫວ່າງ ລັດ​ເຊຍ - ອັງ​ກິດ ເພີ່ມ​ຂຶ້ນ

(VOVWORLD) - ຄວາມເຄັ່ງຕຶງລະຫວ່າງ ອັງກິດ ແລະ ລັດເຊຍ ເພີ່ມຂຶ້ນ ພາຍຫຼັງກະຊວງພາຍໃນ ອັງກິດ ໃຫ້ຮູ້ວ່າ ຈະເນລະເທດທູດການທະຫານຂອງ ລັດເຊຍ, ລົບລ້າງສິດຍົກເວັ້ນທາງການທູດສຳລັບຊັບສິນອະສັງຫາລິມະຊັບຈຳນວນໜຶ່ງທີ່ເປັນກຳມະສິດຂອງ ລັດເຊຍ ແລະ ຈັດວາງຂໍ້ກຳນົດໃໝ່ສຳລັບວິຊາການທູດຂອງ ລັດເຊຍ.
ຄວາມ​ເຄັ່ງ​ຕຶງ​ໃນ​ການ​ພົວ​ພັນ​ລະ​ຫວ່າງ ລັດ​ເຊຍ - ອັງ​ກິດ ເພີ່ມ​ຂຶ້ນ - ảnh 1ທ່ານເອກອັກຄະລັດຖະທູດ ອັງກິດ ປະຈຳ ລັດເຊຍ  Nigel Casey ຢູ່ນອກສຳນັກງານກະຊວງການຕ່າງປະເທດ ຢູ່ ມົດສະກູ (ພາບ:  Ria Novosti)

ວັນທີ 8 ພຶດສະພາ, ກະຊວງການຕ່າງປະເທດ ອັງກິດ ໄດ້ຮຽກໂຮມທ່ານເອກອັກຄະລັດຖະທູດ ລັດເຊຍ ປະຈຳຢູ່ປະເທດນີ້ ຍ້ອນມີສ່ວນກ່ຽວຂ້ອງເຖິງຄຳກ່າວຫາທີ່ວ່າ ລັດເຊຍ ດຳເນີນການເຄື່ອນໄຫວເກັບກຳຂໍ້ມູນລັບຢູ່ ອັງກິດ. ຄວາມເຄັ່ງຕຶງລະຫວ່າງ ອັງກິດ ແລະ ລັດເຊຍ ເພີ່ມຂຶ້ນ ພາຍຫຼັງກະຊວງພາຍໃນ ອັງກິດ ໃຫ້ຮູ້ວ່າ ຈະເນລະເທດທູດການທະຫານຂອງ ລັດເຊຍ, ລົບລ້າງສິດຍົກເວັ້ນທາງການທູດສຳລັບຊັບສິນອະສັງຫາລິມະຊັບຈຳນວນໜຶ່ງທີ່ເປັນກຳມະສິດຂອງ ລັດເຊຍ ແລະ ຈັດວາງຂໍ້ກຳນົດໃໝ່ສຳລັບວິຊາການທູດຂອງ ລັດເຊຍ. ກ່ອນໜ້ານັ້ນ, ວັນທີ 7 ພຶດສະພາ, ກະຊວງການຕ່າງປະເທດ ລັດເຊຍ ກໍໄດ້ຮຽກໂຮມທ່ານເອກອັກຄະລັດຖະທູດ ອັງກິດ ປະຈຳ ມົດສະກູ ແນໃສ່ມີປະຕິກິລິຍາຕໍ່ບັນດາບັ້ນບຸກໂຈມຕີຂອງ ຢູແກຼນ ດ້ວຍອາວຸດຂອງ ອັງກິດ ໃນດິນແດນ ລັດເຊຍ. ຫວ່າງແລ້ວນີ້, ທ່ານລັດຖະມົນຕີການຕ່າງປະເທດ ໃຫ້ຮູ້ວ່າ ປະເທດນີ້ໄດ້ອະນຸຍາດໃຫ້ ຢູແກຼນ ນຳໃຊ້ ລູກສອນໄຟໄລຍະໄກ ທີ່ອັງກິດມອບໃຫ້ເພື່ອບຸກໂຈມຕີເຂົ້າດິນແດນ ລັດເຊຍ.

       ນັກຂ່າວ VOV ປະຈຳ  ລັດເຊຍ

 

ຕອບກັບ

ຂ່າວ/ບົດ​ອື່ນ