ຄູອາຈານຕ້ອງມີ ຄຸນນະທາດການ ເມືອງ, ຄຸນສົມບັດດີ

ຄູອາຈານຕ້ອງມີ ຄຸນນະທາດການ ເມືອງ, ຄຸນສົມບັດດີ - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ​ນຊາງ ​ໄດ້​ເຂົ້າ​ຮ່ວມ ​ແລະ ຕີ​ກອງ​ໄຂ​ສົກຮຽນ​ໃໝ່​ຢູ່ ​ໂຮງຮຽນມັດທະຍົມ​ຕອນ​ປາຍ ບຸ່ຍ​ທິຊວນ
(ພາບ: thanhnien.com.vn)

(vovworld) – ຕອນ​ເຊົ້າ​ວັນ​ທີ 3/9, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ​ນຊາງ ​ໄດ້​ເຂົ້າ​ຮ່ວມ ​ແລະ ຕີ​ກອງ​ໄຂ​ສົກຮຽນ​ໃໝ່​ຢູ່ ​ໂຮງຮຽນມັດທະຍົມ​ຕອນ​ປາຍ ບຸ່ຍ​ທິຊວນ, ນະຄອນ ດ່າ​ລາດ, ​ແຂວງ ​ເລີມ​ດົ່ງ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຢັ້ງຢືນ ພັກ ​ແລະ ລັດ ຍາ​ມ​ໃດ​ກໍ່​ກຳນົດ​ການ​ສຶກສາ - ບຳລຸງ​ສ້າງ​ແມ່ນ​ລັດຖະນະ​ໂຍບາຍ​ອັນ​ດັງ​ໜຶ່ງ, ​ແມ່ນ​ຂອດ​ບຸກທະລຸ​ຍຸດ​ທະ​ສາດ​ເພື່ອ​ຍູ້​​ແຮ​ງພາລະກິດ​ຫັນ​ປະ​ເທດ​ເປັນ​ປະ​ເທດ​ເປັນ​ອຸດສາ​ຫະກຳ, ທັນ​ສະ​ໄໝ. ປະຈຸ​ບັນ, ຕໍ່ໜ້າ​ຄຳ​ຮຽກ​ຮ້ອງ​ຂອງ​ພາລະກິດ​ປ່ຽນ​ໃໝ່, ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ການປ່ຽນ​ໃໝ່​ການ​ສຶກສາ ບຳລຸງ​ສ້າງ​​ໂດຍພື້ນຖານ ​ແລະ ຮອບ​ດ້ານ​ໄດ້ກາຍ​ເປັນຄວາມ​ຮຽກ​ຮ້ອງ​ຕ້ອງການ​ຢ່າງ​ຮີບ​ດ່ວນ​. ນີ້​ແມ່ນ​ໜ້າ​ທີ່​ໜັກໜ່ວງ​ແຕ່ ​ສະຫງ່າ​ລາສີ​​ເຊິ່ງ​ຂະ​ແໜງ​ສຶກສາ​ບຳລຸງ​ສ້າງ​ຂອງ​ທົ່ວ​ປະ​ເທດ​ເວົ້າ​ລວມ, ຄູ່​ອາຈານ, ນັກຮຽນໂຮງຮຽນມັດທະຍົມ​ຕອນ​ປາຍ ບຸ່ຍ​ທິຊວນ ​ແລະ ຂະ​ແໜງ​ສຶກສາ​ແຂວງ ​ເລີມ​ດົ່ງ ​ເວົ້າ​ສະ​ເພາະ ຕ້ອງ​ຊາບ​ຊຶມ ​ແລະ ປະຕິບັດ​ຢ່າງ​ມີ​ໄຊ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເນັ້ນ​ໜັກ​ວ່າ:

    “ບັນດາ​ຄູອາຈານ, ພະນັກ​ງານ, ລັດຖະກອນ, ນັກຮຽນ​ຂອງໂຮງຮຽນມັດທະຍົມ​ຕອນ​ປາຍ ບຸ່ຍ​ທິຊວນ ຕ້ອງ​ສືບ​ຕໍ່​ມານະ​ພະຍາຍາມ​ສູ້​ຊົນ​​ໃນ​ທຸກ​ດ້ານ​ເພື່ອ​ຮັກສາ​ນາມມະ​ຍົດ​ເປັນ​ຄັນ​ທຸງ​ນຳ​ໜ້າ​ໃນ​ຂະ​ບວນການ​​ແຂ່ງຂັນຂອງ​ຂະ​ແໜງ​ສຶກສາ​ແຂວງ ​ເລີມ​ດົ່ງ. ຄູ​ອາຈານ​, ພະນັກ​ງານຄຸມ​ຄອງ​ການ​ສຶກສາ​ຂອງ​ໂຮ​ງຮຽນແຕ່ລະຄົນຕ້ອງ​ມີ​ນະ​ທາດການ​ເມືອງ, ຄຸນ​ສົມ​ບັດ​ດີ, ມີ​ຄວາມ​ລະດັບວິຊາ​ການ ​ແລະ ມີປ່ຽນ​ໃໝ່​ວິທີ​ສິດສອນ​ຢ່າງ​ບໍ່​ຢຸດ​ຢັ້ງ, ​​ເປັນ​ແບບຢ່າງ​ກ່ຽວ​ກັບ​ຄຸນສົມບັດ, ການ​ຮຳ່​ຮຽນ ​ແລະ ​ຫົວຄິດ​ປະດິດ​ສ້າງ, ສຸດ​ຈິດ​ສຸດ​ໃຈ​ເພື່ອ​ນັກຮຽນ​ທີ່​ຮັກ​ແພງ. ນັກຮຽນ​ຂອງ​ໂຮງຮຽນ​ຍາມ​ໃດ​ກໍ່ຕ້ອງ​​ເຊື່ອ​ໝັ້ນ​ດ້ວຍ​ຕົນ​ເອງ ​ແລະ ມີ​ຫົວຄິດ​ປະດິດ​ສ້າງ, ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ເພື່ອ​ຮຳ່ຮຽນ​, ຝຶກ​ຝົນ​ຫຼໍ່​ຫຼອມ​ເປັນ​ຢ່າງ​ດີ, ​ເພື່ອ​ກາຍ​ເປັນ​ຜູ້​ມີ​ປະ​ໂຫຍ​ດ​​ໃຫ້​ແກ່ປະ​ເທດ​ຊາດ ”

    ກໍ່​ຢູ່​ພິທີ​ໄຂ​ສົກຮຽນ​ໃໝ່​ຢູ່ໂຮງຮຽນມັດທະຍົມ​ຕອນ​ປາຍ ບຸ່ຍ​ທິຊວນ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ມອບ​ຂອງຂວັນທີ່​ລະນຶກ​ໃຫ້​ແກ່​ໂຮ​ງຮຽນ, ມອບ​ຂອງຂວັນ​ໃຫ້​ນັກຮຽນ​ທີ່​ປະສົມ​ກັບ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ, ຄອບຄົວ​ເປົ້າ​ໝາຍ​ນະ​ໂຍບາຍ​ແຕ່​ຮຽນ​ເກັ່ງ 10 ຄົນ ​ແລະ ​ເຂົ້າ​ຮ່ວມ​ການ​ປູກ​ຕົ້ນ​ໄມ້​ທີ່​ລະນຶກ​ໃນ​ບໍລິ​ເວນ​ໂຮງຮຽນ.

ຂ່າວ/ບົດ​ອື່ນ