ຄະນະກິລາຫວຽດນາມປະຕິບັດສໍາເລັດໜ້າທີ່ ທີ່ວາງອອກ ຢູ່ ງານມະຫາກໍາກິລາ ASIAD 2018

(VOVWORLD) -ຕອນເຊົ້າວັນທີ 30 ສິງຫາ, ຢູ່ໝູ່ບ້ານນັກກິລາ  ASIAD 2018, ການນໍາຄະນະນັກກິລາຫວຽດນາມ ໄດ້ມີການແລກປ່ຽນຂໍ້ມູນຂ່າວສານ ກ່ຽວກັບຜົນງານຂອງບັນດານັກກິລາ ຢູ່ງານມະຫາກໍາກິລາ ASIAD.

ຄະນະກິລາຫວຽດນາມປະຕິບັດສໍາເລັດໜ້າທີ່ ທີ່ວາງອອກ ຢູ່ ງານມະຫາກໍາກິລາ ASIAD 2018  - ảnh 1ທ່ານເຈິ່ນດຶກເຟີ໋ນ ຕອບສໍາພາດຕໍ່ນັກຂ່າວຢູ່ກອງປະຊຸຸມຂ່າວວັນທີ 30 ສິງຫາ 

ມາຮອດຈຸດເວລານີ້, ເຖິງວ່າ ASIAD 2018 ຍັງບໍ່ທັນສິ້ນສຸດລົງກໍຕາມ ແຕ່ຄະນະນັກກິລາຫວຽດນາມ ກໍໄດ້ປະຕິບັດສໍາເລັດໜ້າທີ່ ທີ່ໄດ້ວາງອອກ ກ່ອນການເດີນທາງໄປແຂ່ງຂັນ. ເມື່ອຕີລາຄາສັງລວມກ່ຽວກັບຜົນງານຢູ່ງານມະຫາກໍາກິລາຄັ້ງນີ້, ທ່ານເຈິ່ນດຶກເຟີ໋ນ ຮອງຫົວໜ້າກົມໃຫຍ່ກິລາກາຍະກໍາ, ຫົວໜ້າຄະນະກິລາຫວຽດນາມເຂົ້າຮ່ວມ ASIAD 2018 ໃຫ້ຮູ້ວ່າ:

        “ກ່ອນທີ່ຈະເດີນທາງໄປແຂ່ງຂັນຢູ່ ງານມະຫາກໍາກິລາ ASIAD 2018, ຄະນະນັກກິລາໄດ້ວາງອອກຄາດໝາຍສໍາຄັນ, ຕ້ອງຄວ້າໄດ້ຫຼຽນຄໍາໃນປະເພດກິລາໜຶ່ງ ດ້ວຍຄາດໝາຍທີ່ວາງອອກຄືດັ່ງນັ້ນ, ຫວຽດນາມຄວ້າໄດ້ 2 ຫຼຽນຄໍາ ໃນລາຍການແຂ່ງຂັນ rowing  ແລະ ສໍາຄັນແມ່ນ ຫຼຽນຄໍາໃນການແຂ່ງຂັນແລ່ນແລະລານ. ໄປຄຽງຄູ່ກັນນັ້ນ ແມ່ນການແຂ່ງຂັນ silat ຂອງປະເທດເຈົ້າພາບ, ເປັນຄັ້ງທໍາອິດທີ່ໄດ້ນໍາເຂົ້າແຂ່ງຂັນຢູ່ ASIAD. ດ້ວຍ ຫຼຽນຄໍາ 4 ຫຼຽນນີີ້ ຄະນະກິລາຫວຽດນາມ ໄດ້ປະຕິບັດສໍາເລັດໜ້າທີ່”.


 

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ