ຄະນະກຳມະການ ອາຊຽນ ປະຈຳ Dhaka ມອບເຄື່ອງອຸປະກອນການແພດໃຫ້ ບັງກະລາເທດ

(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງ 53 ປີແຫ່ງວັນສ້າງຕັ້ງ ອາຊຽນ (08/08/1967 – 08/08/2020), 

ວັນທີ 29 ກໍລະກົດ, ຄະນະກຳມະການ ອາຊຽນ ປະຈຳ Dhaka (ADC), ບັງກະລາເທດ, ລວມມີ 8 ອົງການຕາງໜ້າຂອງ ບຣູໄນ, ອິນໂດເນເຊຍ, ມາເລເຊຍ, ມຽນມາ, ຟີລິບປີນ, ສິງກະໂປ, ໄທ ແລະ ຫວຽດນາມ ໄດ້ບໍລິຈາກເຄື່ອງອຸປະກອນການແພດຄື ເຄື່ອງຊ່ວຍຫາຍໃຈ ແລະ ຊຸດກັນພະຍາດ (PPE)  ເພື່ອສະໜັບສະໜູນ ບັງກະລາເທດ ປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19.

ຄະນະກຳມະການ ອາຊຽນ ປະຈຳ Dhaka ມອບເຄື່ອງອຸປະກອນການແພດໃຫ້ ບັງກະລາເທດ - ảnh 1(ພາບປະກອບ/ THX/TTXVN)

        ທ່ານເອກອັກຄະລັດຖະທູດ ຟ້າມຫວຽດຈ໊ຽນ, ປະທານ ADC ພ້ອມກັບທ່ານເອກອັກຄະລັດຖະທູດ ໄທ ແລະ ຂ້າຫລວງໃຫຍ່ ບຣູໄນ ໄດ້ຕາງໜ້າໃຫ້ບັນດາອົງການຜູ້ຕາງໜ້າ ອາຊຽນ ປະຈຳ Dhaka ມອບເຄື່ອງອຸປະກອນການແພດໃຫ້ແກ່ລັດຖະບານ ບັງກະລາເທດ.

        ເນື່ອງໃນໂອກາດນີ້, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ບັງກະລາເທດ Masud bin Momen ໄດ້ສະແດງຄວາມປາດຖະໜາກຢາກຮ່ຳຮຽນເອົາບົດຮຽນໃນການຄວບຄຸມໂລກລະບາດໂຄວິດ-19 ທີ່ປະສົບສຳເລັດຂອງບາງປະເທດ ອາຊຽນ, ໃນນັ້ນ ມີ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ