ຄະນະກຳມະການ ອາຊຽນ ຢູ່ ສະວິດ ຈັດຕັ້ງ Festival ASEAN

(VOVWORLD) - ໃນວັນທີ 23 ກັນຍາ, ເນື່ອງໃນໂອກາດວັນສ້າງຕັ້ງ ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ASEAN) ຄົບຮອບ 50 ປີ, ຄະນະກຳມະການ ອາຊຽນ ຢູ່ ສະວິດຈັດຕັ້ງ Festival ASEAN.
ຄະນະກຳມະການ ອາຊຽນ ຢູ່ ສະວິດ ຈັດຕັ້ງ Festival ASEAN  - ảnh 1 (ພາບປະກອບ)

ໂດຍໄດ້ຮັບການດຳເນີນຢູ່ນະຄອນຫຼວງ Berne, ເຫດການໄດ້ມີການເຂົ້າຮ່ວມຂອງເຈົ້າໜ້າທີ່ປະເທດປະຈຳຖິ່ນ, ຜູ້ຕາງໜ້າຄະນະທູຕານຸທູດ ຢູ່ Berne, ຜູ້ຕາງໜ້າປະຊາຄົມບັນດາປະເທດອາຊຽນປະຈຳ ສະວິດ ແລະ ເພື່ອນມິດ ສະວິດ. ທ່ານ ຟ້າມຫາຍບັ່ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສະວິດ ແລະ ພະນັກງານ, ພາລະກອນ ສະຖານນະທູດ ຫວຽດນາມ ປະຈຳ Berne ໄດ້ເຂົ້າຮ່ວມເຫດການນີ້.

        ທີ່ Festival ASEAN, ແຂກເຂົ້າຮ່ວມຍັງມີໂອກາດ ໄດ້ຮັບປະທານອາຫານທີ່ເປັນມູນເຊື້ອຂອງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ແລະ ສຳຜັດກັບບັນດາຂໍ້ມູນຂ່າວສານ ກ່ຽວກັບ ການທ່ອງທ່ຽວ, ວັດທະນະທຳ - ສັງຄົມ ຂອງບັນດາ ປະເທດ ອາຊຽນ. ນອກນັ້ນ, ບັນດາແຂກຖືກເຊີນກໍ່ໄດ້ຮັບຊົມບັນດາລາຍການຟ້ອນທີເປັນມູນເຊື້ອ, ການຕີມວຍ ແລະ ກິລາ.

ຕອບກັບ

ຂ່າວ/ບົດ​ອື່ນ