ຄະນະກຳມະການກ່ຽວກັບບັນດາບັນຫາສັງຄົມຈັດຕັ້ງກອງປະຊຸມສຳມະນາຊຸກຍູ້ຄວາມກ້າວໜ້າແລະຄວາມຍຸຕິທຳສັງຄົມ

ຄະນະກຳມະການກ່ຽວກັບບັນດາບັນຫາສັງຄົມຈັດຕັ້ງກອງປະຊຸມສຳມະນາຊຸກຍູ້ຄວາມກ້າວໜ້າແລະຄວາມຍຸຕິທຳສັງຄົມ - ảnh 1
ທ່ານນາງ ຕ່ອງທິຟ໋ອງ ກ່າວຄຳເຫັນທີ່ກອງປະຊຸມສຳມະນາ
(ພາບ: ສຳນັກຂ່າວສານຫວຽດນາມ)

(vovworld) – ວັນ​ທີ 19/6, ຢູ່​ນະຄ​ອນ ​ໂຮ່ຈີ​ມິນ, ຄະນະ​ກຳມະການ​ກ່ຽວ​ກັບ​ບັນດາ​ບັນຫາ​ສັງຄົມ​ຂອງ​ສະພາ​ແຫ່ງ​ຊາດ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ “ຄະນະ​ກຳມະການ​ກ່ຽວ​ກັບ​ບັນດາ​ບັນຫາ​ສັງຄົມ​ກັບ​ນະ​​ໂຍບາຍ, ກົດໝາຍ​ຊຸກຍູ້​ຄວາມ​ກ້າວໜ້າ ​ແລະ ຄວາມ​ຍຸຕິ​ທຳ​ສັງຄົມ”. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​ມີ​ທ່ານ​ນາງ ຕ່ອງ​ທິຟ໋ອງ, ຮອງ​ປະທານ​ສະພາ​ແຫ​່ງຊາດ, ທ່ານ​ນາງ ​ເຈືອງທິມາຍ, ຫົວໜ້າ​ຄະນະຂົນຂວາຍ​ປະຊາຊົນ​ສູນ​ກາງ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸ​ມສຳ​ມະນາ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ຢັ້ງຢືນ​ວ່າ: ຄະນະ​ກຳມະການ​ກ່ຽວກັບ​ບັນດາ​ບັນຫາ​ສັງຄົມ​ໄດ້​ປະກອບສ່ວນ​ຕັ້ງໜ້າ​ເຂົ້າ​ໃນ​ວິວັດ​ການ​ປ່ຽນ​​ໃໝ່, ​ເປີດ​ກ້ວາງ​ປະຊາທິປ​ະ​ໄຕ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ​ໄດ້​ສ້າງ​ບັນດາ​ຂີດ​ໝາຍ​ສຳຄັນ. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ​ເຊື່ອ​ໝັ້ນ​ວ່າ: ຄະນະ​ກຳມະການ​ກ່ຽວ​ກັບ​ບັນ​ດາ​ບັນຫາ​ສັງຄົມ​ຂອງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14 ​ແລະ ບັນດາ​ອາຍຸ​ການ​ຕໍ່​ໄປ​ຈະ​ສືບ​ຕໍ່​ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ, ບັນດາ​ອົງການ​ຂອງ​ສະພາ​ແຫ່ງ​ຊາດ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ບັນດາ​ອົງການ​ສາກົນ​ເພື່ອ​ປະກອບ​ສ່ວນ​ເໝາະ​ສົມ​​ເຂົ້າ​ໃນ​ພາລະກິດ​ຊຸກຍູ້​ບັນດາ​ມູນ​ຄ່າ​ຍຸຕິ​ທຳ ​ແລະ ຄວາມ​ກ້າວໜ້າ​ສັງຄົມ​ໃນ​ໄລຍະ​ຍູ້​ແຮງ​ການ​ຫັນ​ປະ​ເທດຊາດ​ເປັນ​ປະ​ເທດອຸດສາຫະກຳ, ທັນ​ສະ​ໄໝ ​ແລະ ​ເຊື່ອມ​​ໂຍງ​ເຂົ້າ​ກັບ​ສາກົນ.

        ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​ໄດ້​ແລກປ່ຽນ,​ ຕີ​ລາຄາວິວັດທະນາ​ການ​ພັດທະນາ​ຂອງ​ຄະນະ​ກຳມະການ, ບັນດາ​ບົດຮຽນ​ໃນ​ການຈັດ​ຕັ້ງ ​ແລະ ​ເຄື່ອ​ນ​ໄຫວ​ຂອງ​ຄະນະ​ກຳມະການ​ໃນ 40 ປີຜ່ານມາ, ບັນດາ​ບັນຫາ​ຕ້ອງ​ໄດ້​ສືບ​ຕໍ່​ປ່ຽນ​ໃໝ່​ເພື່ອ​ປະຕິບັດ​ພາລະ​ໜ້າ​ທີ່​ກວດກາ, ຕິດຕາມ​ກວດກາ, ສະ​ເໜີ​ແນະ​ຂອງ​ຄະນະ​ກຳມະການ, ບົດຮຽນ​ກ່ຽວ​ກັບ​ການ​ຕິດ​ພັນ​ອັນ​ສະໜິດສະໜົມລະຫວ່າງ​​ກຳມາທິການກ່ຽວ​ກັບບັນດາ​ບັນຫາ​ສັງຄົມ ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ, ບັນດາ​ຄະນະສະມາຊິກ​ສະ​ພາ​ແຫ່ງ​ຊາດ, ສະພາ​ປະຊາຊົນ, ບັນດາ​ອົງການ​ຂັ້ນ​ສູ​ນກາງ ​ແລະ ທ້ອງ​ຖິ່ນ.


ຂ່າວ/ບົດ​ອື່ນ