ຄະນະກຳມະການຜູ້ຕາງຫນ້າຖາວອນປະຈຳອາຊຽນຈັດກອງປະຊຸມກະກຽມໃຫ້ກອງປະຊຸມAMM49

ຄະນະກຳມະການຜູ້ຕາງຫນ້າຖາວອນປະຈຳອາຊຽນຈັດກອງປະຊຸມກະກຽມໃຫ້ກອງປະຊຸມAMM49 - ảnh 1
ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ
ພາບ:kpl.gov.la

(vovworld)- ວັນ​ທີ 21/7, ​ທີ່ ສູນ​ປະ​ຊຸມແຫ່ງ​ຊາດ ​ຢູ່​ນະ​ຄອນ​ຫລວງ ວຽງ​ຈັນ ປະ​ເທດ​ລາວ ໄດ້​ດຳ​ເນີນກອງ​ປະ​ຊຸມ ຄະ​ນະ​ກຳ​ມະ​ການ​​ຜູ້​ຕາງ​ຫນ້າ​ຖາ​ວອນ​ປະ​ຈຳ ອາ​ຊຽນ ຄັ້ງ​ທີ 11 ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ທ່ານ ລ​ັດ​ສະ​ໝີ ແກ້ວ​​ມະ​ນີ, ເອກ​ອັກ​ຄະ​ລັດ​ຖະ​ທູດ, ຜູ້​ຕາງ​ຫນ້າ​​ຖາ​ວອນ​ແຫ່ງ ສ​ປ​ປ ລາວ ປະ​ຈຳ​​ອາຊຽນ. ​ກອງ​ປະ​ຊຸມ ເພື່ອ​ແນ​ໃສ່​ກະ​ກຽມ​ເນື້ອ​ໃນ​ໃຫ້​ບັນ​ດາ​ກອງ​ປະ​ຊຸມ​​ເຈົ້າ​ຫນ້າ​ທີ່​ອະ​ວຸ​ໂສ ອາ​ຊຽນ ແລະ ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ ກັບ​ບັນ​ດາ​ປະ​ເທດ​ຄູ່​​ເຈ​ລະ​ຈາ. ກອງ​ປະ​ຊຸມ ກໍ​ຍາດ​ເວ​ລາ​ເພື່ອ​ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ຫາ​ເຊື່ອມ​ຈອດ​ໃນ ອາ​ຊຽນ.  ​ທ່ານ ຫງວ​ຽນ​ແຮ່ງ​ນຳ, ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ຫນ້າ​ຄະ​ນະ​ຜູ້​ຕາງ​ຫນ້າ ຫວຽດ​ນາມ ປະ​ຈຳ ອາ​ຊຽນ ​ນຳ​ຫນ້າຄະ​ນະ​ຜູ້​ແທນ​ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ. ເມື່ອ​ຕີ​ລາ​ຄາ​ກ່ຽວ​ກັບ​ບົດ​ບາດ​ຂອງ​ຫວຽດ​ນາມ ໃນ​ວາ​ລະ​ປຶກ​ສາ​ຫາ​ລື​ລວມ ຂອງ ຄະ​ນະ​ກຳ​ມະ​ການ​​ຜູ້ຕາງ​ຫນ້າ​​ຖາ​ວອນ ປະ​ຈຳ​ອາ​ຊຽນ, ທ່ານ ຫງວຽນ​ແຮ່ງ​ນຳ ໃຫ້​ຮູ້​ວ່າ:          “ທີ່​ກອງ​ປ​ະ​ຊຸມ, ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ຫນ້າ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ວິ​ວັດ​ການ​ປຶກ​ສາ​ຫາ​ລື. ພິ​ເສດ ໃນ​ໂອ​ກາດນີ້ ດ້ວຍ​ບົ

ດ​ບາດ​ແມ່ນ​ປະ​ເທດ​ປະ​ສານ​ງານ​ການ​ພົວ​ພັນ​ອາ​ຊຽນ ກັບ​ອິນ​ເດຍ, ຫວຽດ​ນາມ ໄດ້ຕັ້ງ​ຫນ້າເຂົ້າ​ຮ່ວມ​ການ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສ້າງ​ບັນ​ດາ​ແຜນ​ການ​ເຄື່ອນ​ໄຫວ​ລະ​ຫວ່າງ ອາ​ຊຽນ ແລະ ອິນ​ເດຍ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ພິ​ເສດ​ ປີ 2017 ອາ​ຊຽນ ແລະ ອິນ​ເດຍ ມີ​ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫລີມ​ສະ​ຫລອງ 25 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ກໍ​ຄື​ໂຄງ​ການ​ເຄື່ອນ​ໄຫວ​ຂອງ​ອາ​ຊຽນ - ອິນ​ເດຍ ໃນ​ສອງ​ສາມ​ປີ​ຈະ​ມາ​ເຖິງ.”


ຕອບກັບ

ຂ່າວ/ບົດ​ອື່ນ