ຄະ​ນະ​ກຳ​ມະ​ການ​ອາຊຽນ ປະ​ຈຳ Canberra ເສີມ​ຂະ​ຫຍາຍ​ບົດ​ບາດ​ເປັນ​ຂົວ​ເຊື່ອມ​ຕໍ່​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ກັບ​ອົດ​ສະ​ຕ​າ​ລີ

(VOVWORLD) -ທີ່ກອງປະຊຸມ, ບັນດາທ່ານເອກອັກຄະລັດຖະທູດ ໄດ້ເຫັນດີເປັນເອກະພາບກ່ຽວກັບເລື່ອງຄະນະກຳມະການອາຊຽນປະຈຳ Canberra ຕ້ອງສືບຕໍ່ເສີມຂະຫຍາຍບົດບາດເປັນຂົວຕໍ່ກັບປະເທດປະຈຳຖິ່ນ, ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ອາຊຽນ ແລະ ອົດສະຕາລີ.
ຄະ​ນະ​ກຳ​ມະ​ການ​ອາຊຽນ ປະ​ຈຳ Canberra ເສີມ​ຂະ​ຫຍາຍ​ບົດ​ບາດ​ເປັນ​ຂົວ​ເຊື່ອມ​ຕໍ່​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ກັບ​ອົດ​ສະ​ຕ​າ​ລີ - ảnh 1ການປະຊຸມຫົວໜ້າອົງການຜູ້ຕາງໜ້າບັນດາປະເທດອາຊຽນ ປະຈຳ Canberra
(ພາບ: ສະຖານທູດ ຫວຽດນາມ ປະຈຳ ອົດສະຕາລີ)

ວັນທີ 22 ກໍລະກົດ 2021, ຢູ່ໂຮງແຮມ Hyatt ທີ່ນະຄອນຫຼວງ Canberra ຂອງ ອົດສະຕາລີ, ທ່ານເອກອັກຄະລັດຖະທູດ ຫງວຽນເຕິດແທັງ, ປະທານຄະນະກຳມະການອາຊຽນ ປະຈຳ Canberra (ACC) ໄດ້ເປັນປະທານການປະຊຸມຫົວໜ້າອົງການຜູ້ຕາງໜ້າບັນດາປະເທດອາຊຽນ ປະຈຳ Canberra ເພື່ອແນໃສ່ປຶກສາຫາລືທິດທາງ ແລະ ແຜນການການເຄື່ອນໄຫວຂອງ ຄະນະກຳມະການໃນ 6 ເດືອນທ້າຍປີ 2021. ນີ້ແມ່ນການປະຊຸມຄັ້ງທີ 3 ໃນປີ 2021 ຂອງຄະນະກຳມະການ ແລະ ແມ່ນການປະຊຸມຄັ້ງທຳອິດ ໃນອາຍຸການດຳລົງຕຳແໜ່ງປະທານໝູນວຽນຄະນະກຳມະການ ອາຊຽນ ປະຈຳ Canberra ຂອງ ຫວຽດນາມ (ເດືອນກໍລະກົດ - ເດືອນທັນວາ 2021).

ທີ່ກອງປະຊຸມ, ບັນດາທ່ານເອກອັກຄະລັດຖະທູດ ໄດ້ເຫັນດີເປັນເອກະພາບກ່ຽວກັບເລື່ອງຄະນະກຳມະການອາຊຽນປະຈຳ Canberra ຕ້ອງສືບຕໍ່ເສີມຂະຫຍາຍບົດບາດເປັນຂົວຕໍ່ກັບປະເທດປະຈຳຖິ່ນ, ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ອາຊຽນ ແລະ ອົດສະຕາລີ. ພິເສດ, ໃນ 6 ເດືອນທ້າຍປີ 2021, ຄະນະກຳມະການອາຊຽນ ປະຈຳ Canberra ຈະສືບຕໍ່ສົມທົບກັບອຳນາດການປົກຄອງລັດ, ອຳນາດປົກຄອງບັນດາອະນຸລັດ ແລະ ບັນດາໂຮງຮຽນມະຫາວິທະຍາໄລ ອົດສະຕາລີ ເພື່ອແນໃສ່ນຳນັກສຶກສາ ອາຊຽນ ກັບຄືນ ອົດສະຕາລີ ຮ່ຳຮຽນ, ເພີ່ມທະວີການໜູນຊ່ວຍໃຫ້ບັນດາປະເທດ ອາຊຽນ ຜ່ານຜ່າໂລກລະບາດໂຄວິດ - 19 ແລະ ຟື້ນຟູເສດຖະກິດ, ເພີ່ມທະວີການຮ່ວມມືເສດຖະກິດ ແລະ ການພົວພັນແລກປ່ຽນປະຊາຊົນ, ໃນນັ້ນ ມີການເປີດກ້ວາງວິຊາແຮງງານໃຫ້ແກ່ພົນລະເມືອງບັນດາປະເທດ ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ