ຄະນະກຳມະການເລືອກຕັ້ງສູນກາງ ລັດເຊຍ ປະກາດໝາກຜົນການເລືອກຕັ້ງປະທານາທິບໍດີ ຢ່າງເປັນທາງການ

(VOVWORLD) - ທ່ານນາງ Pamfilova, ຫົວໜ້າຄະນະເລືອກຕັ້ງສູນກາງ ລັດເຊຍ, ໃຫ້ຮູ້ວ່າ ອັດຕາຜູ້ມີສິດເລືອກຕັ້ງໄປປ່ອນບັດບັນລຸເກືອບ 77,5%. ນີ້ແມ່ນອັດຕາສູງສະຖິຕິເຊິ່ງ CEC ຮັບຮູ້.
ຄະນະກຳມະການເລືອກຕັ້ງສູນກາງ ລັດເຊຍ ປະກາດໝາກຜົນການເລືອກຕັ້ງປະທານາທິບໍດີ ຢ່າງເປັນທາງການ - ảnh 1 ທ່ານນາງ Pamfilova, ຫົວໜ້າຄະນະເລືອກຕັ້ງສູນກາງ ລັດເຊຍ ເປັນປະທານກອງປະຊຸມປະກາດໝາກຜົນການເລືອກຕັ້ງ
(ພາບ: Ria Novosti)

        ວັນທີ 21 ມີນາ, ຄະນະກຳມະການເລືອກຕັ້ງສູນກາງ ລັດເຊຍ (CEC) ປະກາດວ່າ ທ່ານ Vladimir Putin ຍາດໄດ້ໄຊຊະນະຢ່າງສະຫງ່າໃນການເລືອກຕັ້ງປະທານາທິບໍດີປີ 2024. ຄາດວ່າ, ພິທີສາບານຕົວສືບຕໍ່ຮັບດຳລົງຕຳແໜ່ງປະທານາທິບໍດີ ຈະຈັດຂຶ້ນໃນວັນທີ 07 ພຶດສະພາ.

        ທ່ານນາງ Pamfilova, ຫົວໜ້າຄະນະເລືອກຕັ້ງສູນກາງ ລັດເຊຍ, ໃຫ້ຮູ້ວ່າ ອັດຕາຜູ້ມີສິດເລືອກຕັ້ງໄປປ່ອນບັດບັນລຸເກືອບ 77,5%. ນີ້ແມ່ນອັດຕາສູງສະຖິຕິເຊິ່ງ CEC ຮັບຮູ້. ໝາກຜົນການນັບບັດເລືອກຕັ້ງສຸດທ້າຍຊີ້ໃຫ້ເຫັນວ່າ, ທ່ານປະທານາທິບໍດີ ລັດເຊຍ Putin ໄດ້ຮັບ 87,28% ຂອງຈຳນວນບັດເລືອກຕັ້ງ, ທຽບເທົ່າກັບຜູ້ມີສິດເລືອກຕັ້ງກວ່າ 76,2 ລ້ານຄົນ. ໃນຂະນະນັ້ນ, ບັນດາຄູ່ແຂ່ງຂອງທ່ານ Putin ໃນການແຂ່ງຂັນຂອງຜູ້ອອກສະໝັກຮັບເລືອກຕັ້ງແມ່ນທ່ານ Nikolay Kharitonov, ພັກກອມມູນິດ, ທ່ານ Vladislav Davankov (ຜູ້ຕາງໜ້າພັກມະນຸດໃໝ່) ແລະ ທ່ານ Leonid Slutsky ປະທານພັກປະຊາທິປະໄຕເສລີ ລັດເຊຍ, ໄດ້ຮັບບັດເລືອກຕັ້ງ 4,31%, 3,85%, 3,2% ຕາມລຳດັບ.

        ພາຍຫຼັງການປະກາດໝາກຜົນການເລືອກຕັ້ງຢ່າງເປັນທາງການ, ທ່ານປະທານາທິບໍດີ Vladimir Putin ໄດ້ມີບົດກ່າວປາໄສຕໍ່ປະຊາຊົນ. ທ່ານໃຫ້ຄຳໝັ້ນສັນຍາຈະມານະພະຍາຍາມຈົນສຸດຄວາມສາມາດ, ພ້ອມກັບຖັນແຖວການນຳ ລັດເຊຍ ຮັບປະກັນການຜັນຂະຫຍາຍບັນດາໂຄງການ ແລະ ລາຍການລະດັບຊາດທີ່ມີຂອບຂະໜາດໃຫຍ່ທີ່ໄດ້ວາງອອກໃນອາຍຸການກ່ອນນັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ