ຄະນະກຳມະການເລືອກຕັ້ງໄທຮັບຮູ້ສະມາຊິກວຸດທິສະພາ58ທ່ານໄດ້ຮັບໄຊຊະນະການເລືອກຕັ້ງ

ຄະນະກຳມະການເລືອກຕັ້ງໄທຮັບຮູ້ສະມາຊິກວຸດທິສະພາ58ທ່ານໄດ້ຮັບໄຊຊະນະການເລືອກຕັ້ງ - ảnh 1
ວຸດທິສະພາໄທ
(ພາບປະກອບຈາກ wiki)

(vovworld) – ວັນ​ທີ 8/4, ຄະນະກຳມະການ​ເລືອກ​ຕັ້ງ ​ໄທ (EC) ​ຮັບ​ຮູ້​ວ່າ: ສະມາຊິກ​ວຸດ​ທິສະພາ 58 ທ່ານ ​ໄດ້ຮັບ​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ​ວຸດ​ທິສະພາ​ເຊິ່ງຈັດ​ຕັ້ງ​ໃນ​ວັນ​ທີ 30/3 ຜ່ານ​ມາ, ​ໃນ​ຂະນະ​ນັ້ນ, ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງອີກ 19 ທ່ານ​ພວມ​ລໍຖ້າ​ການ​ສືບສວນ​ຕື່ມ​ອີກ. ວຸດ​ທິສະພາ ​ໄທ ມີ 150 ທີ່​ນັ່ງ, ​ໃນ​ນັ້ນ ສະມາຊິກ 77 ທ່ານ​ໄດ້​ຮັບ​ການ​ເລືອກ​​ເຟັ້ນຈາກ 77 ​ແຂວງ​ຂອງ​ປະ​ເທດ​ນີ້, ສະມາຊິກ 73 ທ່ານ​ໄດ້​ຮັບ​ການ​ບົ່ງ​ຕົວ. ທ່ານ​ເລຂາທິກາ​ນ​ໃຫຍ່ EC ພູ​ຈົງ ນຸດ​ຕຣາວົງ ​ໃຫ້​ຮູ້​ວ່າ: ສະມາຊິກວຸດ​ທິສະ​ພາ 58 ທ່ານດັ່ງກ່າວ​ຍາດ​ໄດ້​ບັດ​ສະໜັບສະໜູນ​ສູງ​ທີ່​ສຸດ​ຢູ່​ບັນດາ​ແຂວງ​ທີ່​ເຂົາ​ເຈົ້າ​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ ​ແລະ ບໍ່​ມີ​ການ​ຮ້ອງ​ຟ້ອງ​ພາຍຫຼັງ​ການ​ເລືອກ​ຕັ້ງ. ປະຈຸ​ບັນ, EC ພວມ​ສືບສວນ​ບັນ​ດາ​ກໍ​ລະ​ນີຖືກ​ຮ້ອງ​ຟ້ອງ​ສຳລັບ​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​​ 19 ທ່ານ ຍ້ອນ​ຖືກ​ກ່າວ​ຫາລະ​ເມີດ​ກົດໝາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ​​ໃນ​​ໄລຍະ​ຫາ​ສຽງ​ເລືອກ​ຕັ້ງ.


ຂ່າວ/ບົດ​ອື່ນ