ຄະນະກຳມະການແຫ່ງຊາດAPEC2017ຈັດກອງປະຊຸມຄົບຄະນະຄັ້ງທີ2

ຄະນະກຳມະການແຫ່ງຊາດAPEC2017ຈັດກອງປະຊຸມຄົບຄະນະຄັ້ງທີ2 - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​
ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິ່ງ​ມິ​ງ ​
(ພາບປະກອບ)

(vovworld) - ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ​​ ເຊິ່ງ​ດຳ​ເນີນ​ໃນ​ຕອນ​ບ່າຍ​ວັນ​ທີ 22/10, ຢູ່​ສຳ​ນັກ​ງານ​ລັດຖະບານ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິ່ງ​ມິ​ງ ​ໃຫ້​ຂໍ້​ສັງ​ເກດ​ວ່າ, ​ໃນ​ສະພາບ​ການ​​ໂລກ, ພາກ​ພື້ນ​ມີ​ການ​ຫັນປ່ຽນ​ຢ່າງ​ໄວ ​ແລະ ສັບສົນນັ້ນ, ການ​ຮ່ວມ​ມື​ໃນ APEC ນັບ​ມື້​ນັບ​ໄດ້​ຮັບ​ການ​ເປີດ​ກວ້າງ, ກ້າວ​ເຂົ້າ​ສູ່​ລວງ​ເລິກ; ບັນດາ​ພື້ນຖານ​ເສດຖະກິດ​ສະມາຊິກ​ລ້ວນ​ແຕ່​ຕັ້ງໜ້າ​ຍົກ​ອອກ​ບັນດາ​ຂໍ້​ລິ​ເລີ່​ມຮ່ວມ​ມື​ຢ່າງ​ແທດ​ຈິງ​​ໃນການ​ຮ່ວມ​ສຳພັນ ​ແລະ ພັດທະນາ​ພາກ​ພື້ນ​ອາຊີ - ປາຊິ​ຟິກ. ດັ່ງ​ນັ້ນ​ບັນດາ​ກະຊວງ, ຂະ​ແໜງ​ການຂອງ​ຫວຽດນາມ ​ທີ່ຮ່ວມ​ມື​ກັບ APEC ຕ້ອງ​ເປັນ​ເຈົ້າ​ການ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ພິ​ເສດ​ແມ່ນ​ກັບ​ຟີ​ລິບ​ປິນ ​ແລະ ​ປຣູ ​ແລະ ຄະນະ​ເລຂາ APEC ສາກົນ, ​ເພື່ອ​ເປັນ​ເຈົ້າ​ການ​ປະກອບສ່ວນ​ເຂົ້າ​​ໃນ​ຄວາມ​ເອົາ​ໃຈ​ໃສ່​ລວມ. ທ່ານ​ຮອງ​ນາຍົກລັດຖະມົນຕີ​ເນັ້ນ​ໜັກ​ວ່າ, ຫວຽດນາມ ​ເປັນ​ເຈົ້າພາບ​ຈັດ APEC 2017 ​ແມ່ນ​ໜຶ່ງ​ໃນ​ບັນດາ​ເຫດການ​ພົວພັນ​ຕ່າງປະ​ເທດ​​ສຳຄັນ​ທີ່​ສຸດ​ໃນ​ວິວັດ​ການ​ເຊື່ອມ​ໂຍງ​​ເຂົ້າກັບ​ສາກົນ​ຂອງ​ຫວຽດນາມ. ດັ່ງ​ນັ້ນ​ທຸກ​ກະຊວງ, ຂະ​ແໜງ​ການ, ອົງການ, ທ້ອງ​ຖີ່​ນ ຄວນ​ມີ​ຄວາມມານະ​ພະຍາຍາມ​ສູງ​ສຸດ, ​ເພື່ອຮັບປະກັນ​ໃຫ້ APEC 2017 ສຳ​ເລັດ​ຜົນ​ໃນ​ທຸກ​ເນື້ອ​ໃນ, ພື້ນຖານ​ດ້ານ​ວັດຖຸ, ການ​ໂຄສະນາ, ວັດທະນະທຳ, ຄວາມ​ປອດ​ໄພ, ສາທາລະນະ​ສຸກ. ບັນດາກະຊວງ, ຂະ​ແໜງ​ການທີ່​ເປັນ​ສະມາຊິກ​ຄະນະ​ກຳມະການ​ແຫ່ງ​ຊາດ​ຄວນ​ຂົນຂວາຍ​ບັນດາ​ພື້ນຖານ​ເສດຖະກິດ​ສະມາຊິກ APEC ສະໜັບສະໜູນ ​ແລະ ສົມທົບ​ກັບ​ຫວຽດນາມ​ ເພື່ອ​ກະກຽມ​ໃຫ້ APEC 2017.

 

ຂ່າວ/ບົດ​ອື່ນ