ຄະນະກຳມະການແຫ່ງຊາດAPEC2017ສະຫລຸບວຽກງານປີ2015

ຄະນະກຳມະການແຫ່ງຊາດAPEC2017ສະຫລຸບວຽກງານປີ2015 - ảnh 1
ທ່ານ​ປະທານ​ຄະນະ​ກຳມະການ​ແຫ່ງ​ຊາດ
ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ
(ພາບ: VGP/HaiMinh)

(vovworld) – ​ ຕອນ​ເຊົ້າ​ວັນ​ທີ 25/12, ຢູ່​ສຳນັກງານ​ລັດຖະບານ, ດຳ​ເນີນ​ວາລະ​ປະຊຸມ​ສະຫລຸບ​ປີ 2015 ຂອງ​ຄະນະ​ກຳມະການ​ແຫ່ງ​ຊາດ APEC 2017 ​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ທ່ານ​ປະທານ​ຄະນະ​ກຳມະການ​ແຫ່ງ​ຊາດ, ຮອງ​ນາຍົກລັດຖະມົນຕີຟ້າ​ມບິ່ງ​ມິ​ງ. ​ເຂົ້າ​ຮ່ວມ​ວາລະ​ປະຊຸມ ມີ​ການ​ນຳ​ກະຊວງ, ຄະນະ, ຂະ​ແໜງ​ການ ​ແລະ ບັນດານະ​ຄອນທີ່​ເປັນ​ກຳມະການ​ຄະນະ​ກຳມະການ​ແຫ່ງ​ຊາດ. ກ່າວ​ຄຳ​ເຫັນ​ທີ່​ວາລະ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ຢືນຢັນ​ວ່າ: ປີ 2016 ​ແມ່ນ​ປີສຳຄັນ​ເພື່ອ​ສຳ​ເລັດ​ວຽກ​ງານ​ກຽມພ້ອມ, ຈຳນວນ​ວຽກ​ງານ​ຈະ​ເພີ່ມ​ຂຶ້ນຫຼາຍ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຊີ້​ນຳ​​ໃຫ້ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ຍູ​​້​ໄວ​ເລື່ອງ​ກະກຽມ​ຫົວ​ຂໍ້, ບັນດາບຸລິມະສິດ​​ຂໍ້​ລິ​ເລີ່​ມ, ​ແຜນການ​ເຄື່ອນ​ໄຫວ​ຂອງ​ປີ APEC 2017 ​ເພື່ອ​ປະກາດ​ຢ່າງ​ທັນ​ການໃນ​ທ້າຍ​ປີ 2016 ຕາມ​ທຳນຽມ; ປັບປຸງຮາກ​ຖານ​ດ້ານວັດຖຸ ​ແລະ ພະລາທິການ​ທີ່​ກ່ຽວຂ້ອງ…​ເພື່ອ​ຮັບປະກັນ​ຄວາມ​ຮຽກຮ້ອງ​ນີ້, ບັນດາ​ກະຊວງ, ຂະ​ແໜງ​ການທີ່​​ເປັນ​ສະມາຊິກ​ຄະນະ​ກຳມະການ​ແຫ່ງ​ຊາດ ຄວນ​ປັບປຸງ​ໂຄງການວຽກ​ງານ​ຢ່າງລະອຽດ, ມີ​ຈຸດ​ສຸມ, ມີ​ການ​ແບ່ງ​ງານ, ​ໜ້າ​ທີ່​ຢ່າງ​ຈະ​ແຈ້ງ. ຄຽງ​ຂ້າງ​ນັ້ນ, ຄວນ​ຍູ້​ໄວ​ການ​ສົມທົບ​ລະຫວ່າງ​ຂະ​ແໜງ, ສືບ​ຕໍ່​ສະ​ແຫວ​ງຫາ​ການ​ສະໜັບສະໜູນ​ຂອງ​ບັນດາ​ສະ​ມາ​ຊິກ APEC ​ແລະ ຄະນະ​ເລຂາ APEC ສາກົນ, ກໍ່​ຄືການ​ສະໜັບສະໜູນ​ຂອງ​ປະຊາ​ຄົມ​ວິ​ສາ​ຫະກິດ ​ແລະ ​ເພື່ອນ​ມິດສາ​ກົນ.

ຂ່າວ/ບົດ​ອື່ນ