ຄະ​ນະ​ກຳ​ມາ​ທິ​ການ ແມ່​ນ້ຳ​ຂອງ ສົມ​ທົບ​ກັບ facebook ເພື່ອ​ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ໄພ​ນ້ຳ​ຖ້ວມ ແລະ ໄພ​ແຫ້ງ​ແລ້ງ ໃນ​ພາກ​ພື້ນ

(VOVWORLD) -ວັນທີ 31 ສິງຫາ, MRC ໄດ້ສົມທົບກັບ facebook ເລີ່ມດຳເນີນຂໍ້ລິເລີ່ມລວມ ກ່ຽວກັບການສະໜອງຂໍ້ມູນຂ່າວ ເຕືອນໄພນ້ຳຖ້ວມສຸກເສີນ ແລະ ຂໍ້ມູນຂ່າວກ່ຽວກັບການຕິດຕາມໄພແຫ້ງແລ້ງ ໃຫ້ແກ່ປະຊາຊົນຢູ່ເຂດແຄມແມ່ນ້ຳ ແລະ ລັດຖະບານບັນດາປະເທດຢູ່ເຂດລຸ່ມແມ່ນ້ຳຂອງ.
ຄະ​ນະ​ກຳ​ມາ​ທິ​ການ ແມ່​ນ້ຳ​ຂອງ ສົມ​ທົບ​ກັບ facebook  ເພື່ອ​ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ໄພ​ນ້ຳ​ຖ້ວມ ແລະ ໄພ​ແຫ້ງ​ແລ້ງ ໃນ​ພາກ​ພື້ນ - ảnh 1ແມ່ນ້ຳຂອງຢູ່ນະຄອນພະນົມ, ໄທ (ພາບ: bangkokpost.com) 

   ແຈ້ງການສື່ມວນຊົນຂອງຄະນະເລຂາ ຄະນະກຳມາທິການ ແມ່ນ້ຳຂອງສາກົນ  (MRC) ໃຫ້ຮູ້ວ່າ ວັນທີ 31 ສິງຫາ, MRC ໄດ້ສົມທົບກັບ facebook ເລີ່ມດຳເນີນຂໍ້ລິເລີ່ມລວມ ກ່ຽວກັບການສະໜອງຂໍ້ມູນຂ່າວ ເຕືອນໄພນ້ຳຖ້ວມສຸກເສີນ ແລະ ຂໍ້ມູນຂ່າວກ່ຽວກັບການຕິດຕາມໄພແຫ້ງແລ້ງ ໃຫ້ແກ່ປະຊາຊົນຢູ່ເຂດແຄມແມ່ນ້ຳ ແລະ ລັດຖະບານບັນດາປະເທດຢູ່ເຂດລຸ່ມແມ່ນ້ຳຂອງ.

        ນີ້ແມ່ນການຮ່ວມມືຄັ້ງທຳອິດລະຫວ່າງ MRC ແລະ facebook ເພື່ອແນໃສ່ຍົກສູງຄວາມຮັບຮູ້ຂອງປະຊາຊົນ 4 ປະເທດສະມາຊິກ MRC ເຊິ່ງລວມມີ ກຳປູເຈຍ, ລາວ,ໄທ ແລະ ຫວຽດນາມ ກ່ຽວກັບໄພນ້ຳຖ້ວມ ແລະ ໄພແຫ້ງແລ້ງຂອງ MRC ແລະ ຍົກສູງກຳລັງຄວາມສາມາດຂອງພະນັກງານໃນບໍລິເວນ ໃນການນຳໃຊ້ບັນດາລະບົບເຕັກນິກດີຈີຕອນທາງອອນລາຍ ໄລຍະ 2020 – 2021. ຕາມບົດລາຍງານຂອງ ສປຊ ກ່ຽວກັບຜົນເສຍຫາຍທາງດ້ານເສດຖະກິດ, ຄວາມທຸກຍາກອຶດຫິວ ແລະ ໄພທຳມະຊາດ ແລ້ວ, ໃນ 2 ທົດສະວັດຜ່ານມາ, ຜົນເສຍຫາຍທີ່ຖືກຜົນກະທົບໂດຍກົງຈາກບັນດາໄພພິບັດທີ່ກ່ຽວຂ້ອງເຖິງດິນຟ້າອາກາດໄດ້ເພີ່ມຂຶ້ນເຖິງ 250%. Facebook ຈະຈັດຕັ້ງການຝຶກອົບຮົມໃຫ້ແກ່ພະນັກງານ 4 ປະເທດສະມາຊິກ MRC ກ່ຽວກັບວິທີການນຳໃຊ້ບັນດາອຸປະກອນເຕັກນິກດີຈີຕອນຕ່າງໆ ເພື່ອຕິດຕໍ່ພົວພັນກັນໄດ້ຢ່າງມີປະສິດທິຜົນ ແລະ ວ່ອງໄວ ໃນໄລຍະເກີດໄພພິບັດ ແລະ ຫຼັງໄລຍະເກີດໄພພິບັດ.


ຕອບກັບ

ຂ່າວ/ບົດ​ອື່ນ