ຄະນະຊີ້ນຳ “ກອງ ທຶນເພື່ອເຈື່ອງຊາທີ່ ແສນຮັກ”ຈັດວາລະ ປະຊຸມທຳອິດ

ຄະນະຊີ້ນຳ “ກອງ ທຶນເພື່ອເຈື່ອງຊາທີ່ ແສນຮັກ”ຈັດວາລະ ປະຊຸມທຳອິດ - ảnh 1
ກອງ​ທຶນ​ເພື່ອ​ເຈື່ອງ​ຊາ​ທີ່​ແສນ​ຮັກ ໄດ້ນຳໃຊ້ແມ່ນ ເພື່ອໜູນຊ່ວຍຊີວິດດ້ານວັດຖຸ ແລະ ຈິດໃຈ ໃຫ້ແກ່ທະຫານ ແລະ ປະຊາຊົນ ເມືອງເກາະ ເຈື່ອງຊາ
(ພາບ: chinhphu.vn)

(vovworld)-ຕອນ​ເຊົ້າ​ວັນ​ທີ 7/2 ຢູ່ ຮ່າ​ໂນ້ຍ, ຄະນະ​ຊີ້​ນຳ ”ກອງ​ທຶນ​ເພື່ອ​ເຈື່ອງ​ຊາ​ທີ່​ແສນ​ຮັກ” ​ໄດ້ຈັດ​ວາລະ​ປະຊຸມ​ທຳ​ອິດ ​ເພື່ອ​ໂຄສະນາ, ຂົນຂວາຍ​ພະນັກງານ, ນັກຮົບ, ປະຊາຊົນ​ໃນ​ທົ່ວ​ປະ​ເທດ, ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ​ສືບ​ຕໍ່​ອ່ວາຍເມືອ​ຫາ ​ເຈື່ອງ​ຊາ, ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ທຸກ​ຂັ້ນ, ຂະ​ແໜງ​ການ, ໝູ່​ມະຫາຊົນ, ບັນດາ​ທ້ອງ​ຖີ່​ນ ​ແລະ​ປະຊາຊົນ​ທຸກ​ຊັ້ນ​ວັນນະ​ກ່ຽວ​ກັບ​ທີ່​ຕັ້ງ, ບົດບາດ​ຂອງ​ທະ​ເລ​ເກາະ​ເວົ້າ​ລວມ ​ແລະ​ເຈື່ອງ​ຊາ​ເວົ້າ​ສະ​ເພາະ. ຜ່ານ​ນັ້ນ​ປະກອບສ່ວນ​ລະດົມ​ທຸກ​ແຫຼ່ງກຳລັງ, ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ສັງ​ລວມຂອງ​ທັງ​ລະບົບ​ການ​ເມືອງ ​ແລະ​ວົງ​ຄະນາ​ຍາດ​ສັງຄົມ, ​ແນ​ໃສ່​ສືບ​ຕໍ່​ເຂົ້າ​ຮ່ວມ​ການ​ສ້າງສາ ​ແລະ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຂອງ​ທະ​ເລ​ໝູ່​ເກາະ​ທີ່​ສັກກະ​ລະ​ບູຊາ​ຂອງ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ