ຄະນະຊີ້ນຳການປະຕິຮູບດ້ານຕຸລາການສູນກາງ ເຮັດວຽກກັບຄະນະພະນັກງານພັກລັດຖະບານ

ຄະນະຊີ້ນຳການປະຕິຮູບດ້ານຕຸລາການສູນກາງ ເຮັດວຽກກັບຄະນະພະນັກງານພັກລັດຖະບານ - ảnh 1
(ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ​ນຊາງ)

(vovworld) – ​ວັນ​ທີ 29/08, ຄະນະ​ຊີ້​ນຳການປະຕິຮູບດ້ານ​ຕຸລາການ​ສູນ​ກາງ ​ເຮັດວຽກ​ກັບ​ຄະນະພະນັກງານ​ພັກ​ລັດຖະບານ ກ່ຽວ​ກັບ​ໝາກຜົນ​ແຫ່ງ​ການ​ຜັນ​ຂະຫຍາຍ​ຂໍ້​ສະຫຼຸບ​ຂອງ​ກົມ​ການ​ເມືອງ ກ່ຽວ​ກັບ​ການ​ສືບ​ຕໍ່​ປະຕິບັດ​ຍຸດ​ທະ​ສາດປະຕິຮູບດ້ານ​ຕຸລາການ​ຮອດ​ປີ 2020. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ​ນຊາງ, ຫົວໜ້າ​ຄະນະ​ຊີ້​ນຳການປະຕິຮູບດ້ານ​ຕຸລາການ​ສູນ​ກາງ ​ແລະ ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​​ໄດ້​ເປັນ​ເຈົ້າພາບ​ການ​ເຮັດ​ວຽກ.

        ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຢືນຢັນ​ວ່າ ​ຍາມ​ໃດຄະນະພະນັກ​ງານ​ພັກ​ລັດຖະບານ ກໍ່​ຖື​ເປັນ​ສຳຄັນ ​ແລະ ກຳນົດ​ທິດ​ການ​ຊີ້​ນຳ​ ນຳພາ, ກະຕຸກ​ຊຸກ​ຍູ້​ການ​ຕິດຕາມ​ກວດກາ​ວຽກ​ງານ​ຜັນ​ຂະຫຍາຍ​ການປະຕິຮູບດ້ານ​ຕຸລາການເປັນ​ປະຈຳໃຫ້​ຖືກ​ຕາມ​​ໜ້າ​ທີ່, ບົດບາດ​ຂອງ​ລັດຖະບານ​. ຄຽງ​ຂ້າງ​ການ​ເສີມ​ຂະຫຍາຍ​ຜົນງານ​ທີ່​ບັນລຸ​ໄດ້, ​ໃນ​ໄລຍະ​ຈະ​ມາ​ເຖິງ, ຄະນະພະນັກງານ​ພັກ​ລັດຖະບານກໍ່​ຈະ​ແກ້​ໄຂ​ບັນດາ​ຂໍ້​ຈຳກັດ, ຂໍ້ຄົງ​ຂ້າງຢ່າງ​ເຂັ້ມ​ງວດ, ຍົກ​ສູງ​ປະສິດທິ​ຜົນ​ການ​ປະຕິບັດ​ໜ້າ​ທີ່​ດັ່ງກ່າວ​ຢ່າງ​ບໍ່​ຢຸດ​ຢັ້ງ. ທ່າ​ນນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ສະ​ເໜີ​ໃຫ້ຄະນະ​ຊີ້​ນຳການປະຕິຮູບດ້ານ​ຕຸລາການ​ສູນ​ກາງ ​ເສີມ​ຂະຫຍາຍ​ບົດບາດ​ຂອງ ສານ​ບໍລິຫານ ​ແລະ ຖັນ​​ແຖວ​ທະນາຍຄ​ວາ​ມຂອງ​ລັດ, ບັນດາອົງການ​​ໃຫ້​ຄຳ​ປຶກສາ​ດ້ານ​ນິຕິ​ກຳໂດຍ​ບໍ່​ເສຍ​ຄ່າ, ຕັ້ງໜ້າ​ເຂົ້າຮ່ວມ​ການ​ໜູນ​ຊ່ວຍ​ປະຊາຊົນ ​ແລະ ບັນດາ​ອົງການ, ອົງການ​ຈັດ​ຕັ້ງ ​ໃນ​ວຽກ​ງານ​ຮັບ, ​ແກ້​ໄຂ​ໃບ​ຮ້ອງ​ຟ້ອງ.

        ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ສະ​ເໜີ​ໃຫ້​ລັດຖະບານ ​ເພີ່ມ​ທະວີ​ວຽກງານ​ໂຄສະນາ, ​ເຜີຍແຜ່​ກົດໝາຍ​​ເພື່ອ​ແນ​ໃສ່​ຍົກ​ສູງ​ຄວາມ​ຮູ້ ​ແລະ ສະຕິ​ປະຕິບັດ​ກົດໝາຍ​ໃນ​ໝູ່ປະຊາຊົນກວ່າ​ອີກ ​. ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ກໍ່​ປາດ​ຖະໜາ​ວ່າ ລັດຖະບານ​ຕ້ອງ​ເອົາ​ໃຈ​ໃສ່​ກວ່າ​ອີກ​ເຖິງການ​ປະຕິ​ຮູບ​ດ້ານຕຸ​ລາການ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ດ້ານ​ຕຸລາການ; ສືບ​ຕໍ່​ຍົກ​ສູງປະສິດທິ​ຜົນ​​ໃນການ​ສືບສວນ, ​ແກ້​ໄຂ, ຕໍ່ສູ້, ປ້ອງ​ກັນ​ຕ້ານ​ບັນດາ​ອາດຊະຍາ​ກຳ, ​ໂດຍ​ສະ​ເພາະ​ແມ່ນ​ອາດ​ຊະ​ຍາ​ກຳ​ມີ​ການຈັດ​ຕັ້ງ…. ​ເພື່ອ​ຕອບສະໜອງໜ້າ​ທີ່​ການ​ປະຕິ​ຮູບ​ດ້ານ​ຕຸລາການ​ໃນ​ສະພາບ​ການ​ໃໝ່.

ຂ່າວ/ບົດ​ອື່ນ