ຄະນະຊາວໜຸ່ມຄອນຫຼວງຮ່າໂນ້ຍແລະຄະນະຊາວໜຸ່ມນະຄອນຫຼວງວຽງຈັນມີການເຄື່ອນໄຫວສົມທົບໃໝ່ຕື່ມອີກຫຼາຍຢ່າງ

(VOVWORLD) - ຕອນບ່າຍວັນທີ 23 ຕຸລາ, ຢູ່ຮ່າໂນ້ຍ, ທ່ານເລຂາສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ ບຸ່ຍກວາງຮຸຍ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຄະນະຊາວໜຸ່ມນະຄອນວຽງຈັນ
ຄະນະຊາວໜຸ່ມຄອນຫຼວງຮ່າໂນ້ຍແລະຄະນະຊາວໜຸ່ມນະຄອນຫຼວງວຽງຈັນມີການເຄື່ອນໄຫວສົມທົບໃໝ່ຕື່ມອີກຫຼາຍຢ່າງ - ảnh 1

 ທ່ານເລຂາສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ ບຸ່ຍກວາງຮຸຍ

ຕ້ອນຮັບຄະນະຜູ້ແທນຄະນະຊາວໜຸ່ມນະຄອນວຽງຈັນ

ໂດຍທ່ານຮອງເລຂາຄະນະຊາວໜຸ່ມນະຄອນ, ປະທານຄະນະກຳມະການກວດກາຄະນະຊາວໜຸ່ມນະຄອນວຽງຈັນ ສຸກມະລີ ທຳມະວົງ ເປັນຫົວໜ້າຄະນະ, ເຂົ້າຢ້ຽມຢາມສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ. ທີ່ການຕ້ອນຮັບ, ທ່ານເລຂາສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ ບຸ່ຍກວາງຮຸຍ ໄດ້ຕີລາຄາສູງໂຄງການສົມທົບກັນເຄື່ອນໄຫວລະຫວ່າງ 2 ຄະນະຊາວໜຸ່ມຮ່າໂນ້ຍ ແລະ ວຽງຈັນ ໃນຊຸມປີຜ່ານມາ ນັບມື້ນັບແທດຈິງ, ເຂົ້າສູ່ລວງເລິກ ແລະ ມີຊີວິດຊີວາ, ອຸດົມສົມບຸນ. ທ່ານເລຂາຄະນະຊາວໜຸ່ມ ບຸ່ຍກວາງຮຸຍ ສະເໜີວ່າ, ໃນໄລຍະຈະມາເຖິງ, ຄະນະຊາວໜຸ່ມນະຄອນຮ່າໂນ້ຍ ສືບຕໍ່ຢືນຢັນບົດບາດ, ທີ່ຕັ້ງ ແລະ ໜ້າທີ່ຮັບຜິດຊອບເພື່ອຈັດຕັ້ງບັນດາການເຄື່ອນໄຫວໃໝ່ຕື່ມອີກ, ປະກອບສ່ວນເພີ່ມທະວີນ້ຳໃຈສາມັກຄີມິດຕະພາບແບບພິເສດລະຫວ່າງຫວຽດນາມ - ລາວ.

        ສ່ວນທ່ານຮອງເລຂາຄະນະຊາວໜຸ່ມວຽງຈັນ ສຸກມະລີ ທຳມະວົງ ປາດຖະໜາວ່າ, ໂຄງການຮ່ວມມືລະຫວ່າງ 2 ຝ່າຍ ຈະສືບຕໍ່ປະກອບສ່ວນເຂົ້າໃນຄວາມສາມັກຄີແບບພິເສດລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ ຫວຽດນາມ - ລາວ, ພິເສດແມ່ນນ້ຳໃຈສາມັກຄີສະໜິດຕິດພັນຂອງສະມາຊິກຊາວໜຸ່ມເຍົາວະຊົນນະຄອນຫຼວງວຽງຈັນ - ຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ