ຄະ​ນະ​ນັກ​ກິ​ລາ ຫວຽດ​ນາມ ສືບ​ຕໍ່​ຍາດ​ໄດ້​ຜົນ​ງານ​ທີ່​ດີ​ໃນ​ຊິ​ເກມ 32

(VOVWORLD) -ຄະນະນັກກິລາ ຫວຽດນາມ ບັນລຸໄດ້ຫຼຽນຄຳທັງໝົດ 90 ຫຼຽນ ແລະ ຢືນອັນດັບທີ 1 ໃນຕາຕະລາງຈັດອັນດັບໄລ່ມາຮອດຕອນທ່ຽງມື້ນີ້ (ວັນທີ 14 ພຶດສະພາ).
ຄະ​ນະ​ນັກ​ກິ​ລາ ຫວຽດ​ນາມ ສືບ​ຕໍ່​ຍາດ​ໄດ້​ຜົນ​ງານ​ທີ່​ດີ​ໃນ​ຊິ​ເກມ 32 - ảnh 1ນັກກິລາ ເຈິ່ນງອກຖຸຍວີ ແລະ ເລຮວ່າງຟອງ ຄວ້າໄດ້ຫຼຽນຄໍາໃນຊີເກມ 32  (ພາບ: TTXVN)

ໃນວັນທີ 14 ພຶດສະພາ, ໂດຍສືບຕໍ່ບັນດາເນື້ອໃນການແຂ່ງຂັນຢູ່ ຊີເກມ 32, ບັນດານັກກິລາ ຫວຽດນາມ ຍາດໄດ້ ຫຼຽນຄຳຕື່ມອີກ 1໌5 ຫຼຽນ ໃນກິລາປະເພດ aerobic, ຕີດາບ, ຊ່ວງເຮືອ.... ລວມຍ້ອນເຫດນັ້ນ, ເຮັດໃຫ້ຄະນະນັກກິລາ ຫວຽດນາມ ບັນລຸໄດ້ຫຼຽນຄຳທັງໝົດ 102 ຫຼຽນ ແລະ ຢືນອັນດັບທີ 1 ໃນຕາຕະລາງຈັດອັນດັບໄລ່ມາຮອດຕອນທ່ຽງມື້ນີ້.                                                                                   ໃນຕອນຄ່ຳຂອງວັນທີ 13 ພຶດສະພາ, ໃນການແຂ່ງຂັນບານເຕະຊາຍ,  ທິມ U22 ຫວຽດນາມ ເສຍໄຊຕໍ່ທິມ U22 ອິນໂດເນເຊຍ ດ້ວຍ 2 ປະຕູຕໍ່ 3 ໃນຮອບຮອງຊະນະເລີດ. ໃນຂະນະນັ້ນ, ທິມ U22 ໄທ ຊະນະຕໍ່ທິມ U22 ມຽນມາ ດ້ວຍ 3 ປະຕູຕໍ່ 0. ດ້ວຍໝາກຜົນດັ່ງກ່າວ, ທິມ U22 ໄທ ກັບທິມ U22 ອິນໂດເນເຊຍ ຈະແຂ່ງກັນຍາດຫຼຽນຄຳ ໃນເວລາ 20 ໂມງ ຂອງວັນທີ 16 ພຶດສະພາ. ກໍໃນວັນທີ 16 ພຶດສະພາ, ໃນເວລາ 16 ໂມງ, ທິມ U22 ຫວຽດນາມ ຈະພົບກັບທິມ U22 ມຽນມາ ເພື່ອແຂ່ງຂັນຊິງຫຼຽນທອງ. 

ຕອບກັບ

ຂ່າວ/ບົດ​ອື່ນ