ຄະນະນັກກິລາ ຫວຽດນາມ ຮັກສາອັນດັບທີ 3 ໃນ SEA Games 29

(VOVWORLD) - ໄລ່ຮອດທ້າຍວັນທີ 28 ສິງຫາ, ຄະນະນັກກິລາ ຫວຽດນາມ ຄ້ວາໄດ້ 55 ຫຼຽນຄຳ, ສືບຕໍ່ຢືນອັນດັບທີ 3 ໃນຕາຕະລາງຈັດອັນດັບທົ່ວຄະນະໃນງານມະຫາກຳກິລາ ອາຊີ ຕາເວັນອອກສ່ຽງໃຕ້ 29 (SEA Games 29). 
ຄະນະນັກກິລາ ຫວຽດນາມ ຮັກສາອັນດັບທີ 3 ໃນ SEA Games 29 - ảnh 1 ນັກກິລາ ຫວຽດນາມ ທີ່ SEA Games 29

ໂດຍແມ່ນໜຶ່ງໃນບັນດາທິມຊາດເຂົ້າຮ່ວມການແຂ່ງຂັນຊ້າກ່ວາໝູ່ຢູ່ SEA Games 29, ແຕ່ທິມຍົກນ້ຳໜັກ ຫວຽດນາມ ຄ້ວາໄດ້ 2 ຫຼຽນຄຳ. ບໍ່ພຽງແຕ່ພາບແຜ້ຮອງຊະນະເລີດຂອງງານມະຫາກຳ Olympic ໃນລຸ້ນນ້ຳໜັກ 26 ກີໂລກາມສຳລັບເພດຊາຍເທົ່ານັ້ນ, ນັກກິລາ ຈິ້ງວັນວີງ ຍັງໄດ້ສ້າງ 2 ສະຖິຕິໃນ SEA Games ອີກດ້ວຍ. ດ້ວຍ 2 ຫຼຽນຄຳຂອງທິມຍົກນ້ຳໜັກ, ຄະນະນັກກິລາ ຫວຽດນາມ ຍາດໄດ້ທັງໝົດ 55 ຫຼຽນຄຳ ແລະ ຢືນອັນດັບທີ 3, ຖັດຈາກປະເທດເຈົ້າພາບ ມຽນມາ (106 ຫຼຽນຄຳ) ແລະ ໄທ (60 ຫຼຽນຄຳ).

ຕອບກັບ

ຂ່າວ/ບົດ​ອື່ນ