ຄະນະນັກຮຽນ ຫວຽດນາມ ຍາດໄດ້ຫຼຽນຄຳ 4 ຫຼຽນ ທີ່ການສອບເສັງຄະນິດສາດໜຸ່ມສາກົນ - IMC 2019

(VOVWORLD) -   ການສອບເສັງຄະນິດສາດໜຸ່ມສາກົນ ໄດ້ຈັດຕັ້ງປະຈຳປີໂດຍມີການຜັດປ່ຽນກັນຢູ່ບັນດາປະເທດສະມາຊິກ, ສະຫງວນໃຫ້ແກ່ບັນດານັກຮຽນເກັ່ງທີ່ມາຈາກກ່ວາ 40 ປະເທດ ແລະ ເຂດແຄ້ວນໃນໂລກ.
ຄະນະນັກຮຽນ ຫວຽດນາມ ຍາດໄດ້ຫຼຽນຄຳ 4 ຫຼຽນ ທີ່ການສອບເສັງຄະນິດສາດໜຸ່ມສາກົນ - IMC 2019 - ảnh 1 ຄະນະນັກຮຽນ ຫວຽດນາມ ຍາດໄດ້ຫຼຽນຄຳ 4 ຫຼຽນ ທີ່ການສອບເສັງຄະນິດສາດໜຸ່ມສາກົນ - IMC 2019 (ພາບ: TTXVN)

ຕາມຂໍ້ມູນຂ່າວສານຈາກພະແນກສຶກສາ ແລະ ບຳລຸງສ້າງ ຮ່າໂນ້ຍ ໃຫ້ຮູ້ວ່າ ທີ່ການສອບເສັງຄະນິດສາດໜຸ່ມສາກົນ (IMC) ປີ 2019 ທີ່ດຳເນີນໃນລະຫວ່າງວັນທີ 01 – 06 ສິງຫາ ຢູ່ນະຄອນ Durban, ປະເທດ ອາຟຣີກາໃຕ້, ຄະນະ ຫວຽດນາມ ບັນລຸໄດ້ຜົນງານເປັນໜ້າປະທັບໃຈ. ໂດຍລະອຽດແມ່ນ, ຄະນະນັກຮຽນ ຫວຽດນາມ ຍາດໄດ້ຫຼຽນຄຳ 4 ຫຼຽນ, ຫຼຽນເງິນ 5 ຫຼຽນ, ລາງວັນຊົມເຊີຍ 1 ລາງວັນໃນລາຍການສອບເສັງສ່ວນບຸກຄົນ. ສ່ວນໃນການສອບເສັງເປັນທິມ, ຄະນະນັກຮຽນ ຫວຽດນາມ ຍາດໄດ້ 2 ຂັນຊະນະເລີດ, ລາງວັນທີໜຶ່ງ  1 ລາງວັນ ແລະ ລາງວັນທີສອງ 2 ລາງວັນ.

        ການສອບເສັງຄະນິດສາດໜຸ່ມສາກົນ ໄດ້ຈັດຕັ້ງປະຈຳປີໂດຍມີການຜັດປ່ຽນກັນຢູ່ບັນດາປະເທດສະມາຊິກ, ສະຫງວນໃຫ້ແກ່ບັນດານັກຮຽນເກັ່ງທີ່ມາຈາກກ່ວາ 40 ປະເທດ ແລະ ເຂດແຄ້ວນໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ