ຄະນະບໍລິຫານງານສູນກາງພັກເຫັນດີໃຫ້ທ່ານຫວໍວັນເຖືອງທີ່ຂໍພົ້ນຕຳແໜ່ງປະທານປະເທດແຫ່ງສສ.ຫວຽດນາມ, ປະທານສະພາປ້ອງກັນຊາດປ້ອງກັນຄວາມສະຫງົບອາຍຸການ 2021 – 2026

(VOVWORLD) - ໂດຍອີງໃສ່ຂໍ້ກຳນົດໃນປະຈຸບັນຂອງພັກ, ລັດ ແລະ ພິຈາລະນາຕາມຄວາມປາດຖະໜາຂອງທ່ານ ຫວໍວັນເຖືອງ, ຄະນະບໍລິຫານງານສູນກາງພັກ ເຫັນດີເພື່ອໃຫ້ທ່ານ ຫວໍວັນເຖືອງ ລາອອກຈາກບັນດາຕຳແໜ່ງ
ຄະນະບໍລິຫານງານສູນກາງພັກເຫັນດີໃຫ້ທ່ານຫວໍວັນເຖືອງທີ່ຂໍພົ້ນຕຳແໜ່ງປະທານປະເທດແຫ່ງສສ.ຫວຽດນາມ, ປະທານສະພາປ້ອງກັນຊາດປ້ອງກັນຄວາມສະຫງົບອາຍຸການ 2021 – 2026 - ảnh 1ທ່ານ ຫວໍວັນເຖືອງ
(ພາບ: TTXVN)

        ວັນທີ 20 ມີນາ, ຢູ່ສຳນັກງານສູນກາງພັກ, ທີ່ ຮ່າໂນ້ຍ, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII ໄດ້ຈັດກອງປະຊຸມພິຈາລະນາ, ປະກອບຄຳເຫັນຕໍ່ເລື່ອງຂໍພົ້ນຕຳແໜ່ງບັນດາຕຳແໜ່ງ, ການພັກງານສຳລັບທ່ານ ຫວໍວັນເຖືອງ, ປະທານປະເທດແຫ່ງ ສສ.ຫວຽດນາມ, ປະທານສະພາປ້ອງກັນຊາດປ້ອງກັນຄວາມສະຫງົບອາຍຸການ 2021 – 2026.

        ທ່ານ ຫວໍວັນເຖືອງ ແມ່ນພະນັກງານຫຼັກແຫຼ່ງຂອງພັກ ແລະ ລັດ, ໄດ້ຮັບການບຳລຸງສ້າງພື້ນຖານ, ເຕີບໃຫຍ່ຈາກຂັ້ນຮາກຖານ, ໄດ້ຮັບການມອບໝາຍຫຼາຍຕຳແໜ່ງການນຳສຳຄັນຂອງພັກ ແລະ ລັດ. ເຖິງຢ່າງໃດກໍ່ຕາມ, ໃນໄລຍະຜ່ານມາ, ຕາມບົດລາຍງານຂອງຄະນະກຳມະການກວດກາສູນກາງພັກ ແລະ ບັນດາອົງການທີ່ມີໜ້າທີ່, ທ່ານໄດ້ລະເມີດຂໍ້ກຳນົດກ່ຽວກັບບັນດາຂໍ້ເຊິ່ງບໍ່ໃຫ້ສະມາຊິກພັກເຮັດ, ຂໍ້ກຳນົດກ່ຽວກັບໜ້າທີ່ເປັນແບບຢ່າງຂອງພະນັກງານ, ສະມາຊິກພັກ, ກ່ອນອື່ນໝົດແມ່ນກຳມະການກົມການເມືອງ, ກຳມະການຄະນະເລຂາທິການ, ກຳມະການຄະນະບໍລິຫານງານສູນກາງພັກ ແລະ ຮັບຜິດຊອບເປັນຜູ້ນຳໜ້າຕາມບັນດາຂໍ້ກຳນົດຂອງພັກ ແລະ ກົດໝາຍຂອງລັດ. ໂດຍເຫັນໄດ້ໜ້າທີ່ຄວາມຮັບຜິດຊອບຕໍ່ພັກ, ລັດ ແລະ ປະຊາຊົນ, ທ່ານ ຫວໍວັນເຖືອງ ໄດ້ມີໃບຄຳຮ້ອງຂໍ້ລາອອກຈາກທຸກຕຳແໜ່ງທີ່ໄດ້ຮັບການແຕ່ງຕັ້ງ ແລະ ຂໍພັກງານ.

        ໂດຍອີງໃສ່ຂໍ້ກຳນົດໃນປະຈຸບັນຂອງພັກ, ລັດ ແລະ ພິຈາລະນາຕາມຄວາມປາດຖະໜາຂອງທ່ານ ຫວໍວັນເຖືອງ, ຄະນະບໍລິຫານງານສູນກາງພັກ ເຫັນດີເພື່ອໃຫ້ທ່ານ ຫວໍວັນເຖືອງ ລາອອກຈາກບັນດາຕຳແໜ່ງ: ກຳມະການກົມການເມືອງ, ກຳມະການຄະນະບໍລິຫານງານສູນກາງພັກຊຸດທີ XIII, ປະທານປະເທດແຫ່ງ ສສ.ຫວຽດນາມ, ປະທານສະພາປ້ອງກັນຊາດປ້ອງກັນຄວາມສະຫງົບ ອາຍຸການ 2021 – 2026.

ຕອບກັບ

ຂ່າວ/ບົດ​ອື່ນ