ຄະ​ນະ​ປ​ະ​ຈຳ​ສະ​ພາ​ແຫ່ງ​ຊາດ ໄຂວາ​ລະ​ປະ​ຊຸມ​ຫົວ​ເລື່ອງ​ສະ​ເພາະ​ກ່ຽວ​ກັບ​ກົດ​ໝາຍ

(VOVWORLD) -   ຕອນເຊົ້າວັນທີ 1 ເມສາ, ຢູ່ຮ່າໂນ້ຍ, ພາຍໃຕ້ການເປັນປະທານຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ, ຄະນະປະຈຳສະພາແຫ່ງຊາດ ໄດ້ໄຂວາລະປະຊຸມຫົວເລື່ອງສະເພາະກ່ຽວກັບກົດໝາຍ.
ຄະ​ນະ​ປ​ະ​ຈຳ​ສະ​ພາ​ແຫ່ງ​ຊາດ ໄຂວາ​ລະ​ປະ​ຊຸມ​ຫົວ​ເລື່ອງ​ສະ​ເພາະ​ກ່ຽວ​ກັບ​ກົດ​ໝາຍ - ảnh 1ກອງປະຊຸມຂອງຄະນະປະຈຳສະພາແຫ່ງຊາດ (ພາບ: quochoi.vn)

ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໃຫ້ຮູ້ວ່າ ໃນ 2 ວັນເຮັດວຽກ (ວັນທີ 1 ເມສາ - 2 ເມສາ), ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນພິຈາລະນາສຳລັບ 2 ກຸ່ມບັນຫາ. ລະອຽດແມ່ນ, ຄະນະປະຈຳສະພາແຫ່ງຊາດປະກອບຄຳເຫັນໃສ່ບັນດາຮ່າງກົດໝາຍ ທີ່ຄາດວ່າຈະຍື່ນສະເໜີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ເພື່ອໃຫ້ສະພາແຫ່ງຊາດພິຈາລະນາຄັ້ງທຳອິດ, ໃນນັ້ນ ມີກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການຄ້າມະນຸດ (ສະບັບປັບປຸງ); ກົດໝາຍວ່າດ້ວຍການຄຸ້ມຄອງ, ນຳໃຊ້ອາວຸດ, ວັດຖຸລະເບີດ, ເຄື່ອງມືໜູນຊ່ວຍ (ສະບັບປັບປຸງ); ກົດໝາຍວ່າດ້ວຍກຳມະບານ (ສະບັບປັບປຸງ).

        ກຸ່ມບັນຫາທີ 2, ໃນວາລະປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດ ປະກອບຄຳເຫັນໃສ່ຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍພາລະໜ້າທີ່ເຮັດວຽກສຳລັບສະມາຊິກສະພາແຫ່ງຊາດສະເພາະກິດຢູ່ຂັ້ນສູນກາງ, ພະນັກງານ, ລັດຖະກອນ ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງຄະນະປະຈຳສະພາແຫ່ງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ