ຄະນະປະຈຳສະພາແຫ່ງຊາດຈະໃຫ້ຄຳເຫັນໃສ່ບົດລາຍງານປ້ອງກັນຕ້ານການສໍ້ລາດບັງຫຼວງ

ຄະນະປະຈຳສະພາແຫ່ງຊາດຈະໃຫ້ຄຳເຫັນໃສ່ບົດລາຍງານປ້ອງກັນຕ້ານການສໍ້ລາດບັງຫຼວງ - ảnh 1
(ພາບປະກອບ)

(vovworld) – ວາລະ​ປະຊຸມ​ຄັ້ງ​ທີ 41 ຄາດ​ວ່າ​ຈະ​ດຳ​ເນີນ​ໃນ​ວັນ​ທີ 14 – 24/09, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຈະ​ປະກອບ​ຄຳ​ເຫັນ​ໃສ່​ບົດ​ລາຍ​ງານ​ວຽກ​ງານ​ປ້ອງ​ກັນ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ. ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ກໍ​ຈະ​ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ບັນດາ​ບັນຫາ​ໃຫຍ່​ທີ່​ຍັງ​ມີ​ຄວາມ​ເຫັນ​ແຕກຕ່າງ​ກັນ​ຂອງ​ຮ່າ​ງປະມວນກົດໝາຍ​​ອາຍາ (ສະບັບ​ປັບປຸງ); ກ່ຽວ​ກັບ​ເລື່ອງ​ກະກຽ​ມ​ໃຫ້​ກອງ​ປະ​ຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 10 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13; ຮ​່າງກົດໝາຍ​ວ່າ​ດ້ວຍ​ການຢາ (ສະບັບ​ປັບປຸງ)… ຄະນະ​ປະຈຳ​ສະພ​າ​ແຫ່​ງຊາດ ກໍ​ປະກອບ​ຄ​ຳ​ເຫັນ​ກ່ຽວ​ກັບ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ປະທານ​ສານ​ປະຊາຊົນ​ສູງ​ສຸດ, ຫົວ​ໜ້າ​​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ, ຮ່າງ​ບົດ​ລາຍງານ​ກ່ຽວ​ກັບ​ສະພາບ​ການຈັດ​ຕັ້ງ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ສະພາ​ປະຊາຊົນ​ທຸກ​ຂັ້ນ​ອາຍຸ​ການ 2011 – 2016, ບົດ​ລາຍງານ​ໝາກຜົນ​ການຕິດຕາມກວ​ດກາ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ປະຊາຊົນ​ຂັ້ນ​ແຂວງ, ນະຄອນ​ຂຶ້ນ​ກັບ​ສູນ​ກາງ… ກໍ​ແມ່ນ​ເນື້ອ​ໃນ​ໄດ້ຮັບ​ການ​ປະກອບ​ຄ​ຳ​ເຫັນ​ທີ່​ວາລະປະຊຸມຄັ້ງ​ນີ້.

ຂ່າວ/ບົດ​ອື່ນ