ຄ​ະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ຕິດ​ຕາມກວດ​ກາ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​​ການປະ​ຢັດ, ຕ້ານການ​ຟຸມ​ເຟືອຍ

(VOVWORLD) -ໂດຍສືບຕໍ່ລາຍການເຮັດວຽກຂອງກອງປະຊຸມຄັ້ງທີ 14 ຂອງຄະນະປະຈຳສະພາແຫ່ງຊາດ ຫວຽດນາມ, ວັນທີ 11 ສິງຫາ, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນເບື້ອງຕົ້ນໃສ່ຮ່າງບົດລາຍງານຜົນການຕິດຕາມກວດກາ “ການປະຕິບັດນະໂຍບາຍ, ກົດໝາຍວ່າດ້ວຍການປະຕິບັດປະຢັດ ແລະ ຕ້ານການຟຸມເຟືອຍ ໄລຍະ 2016 – 2021”.
ຄ​ະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ຕິດ​ຕາມກວດ​ກາ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​​ການປະ​ຢັດ, ຕ້ານການ​ຟຸມ​ເຟືອຍ - ảnh 1ກອງປະຊຸມຄັ້ງທີ 14 ຂອງຄະນະປະຈຳສະພາແຫ່ງຊາດ ຫວຽດນາມ (ພາບ: Quochoi.vn)

ໃນວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດ ໄດ້ພິຈາລະນາຂໍ້ສະເໜີແນະຂອງລັດຖະບານ ທີ່ກ່ຽວຂ້ອງເຖິງການປະຕິບັດນະໂຍບາຍໜູນຊ່ວຍຊາວຜູ້ອອກແຮງງານ ແລະ ຜູ້ນຳໃຊ້ແຮງງານທີ່ຖືກຜົນກະທົບຈາກໂລກລະບາດໂຄວິດ - 19 ຈາກ ກອງທຶນປະກັນໄພວ່າງງານ ຕາມມະຕິສະບັບເລກທີ 03 ລົງວັນທີ 24 ກັນຍາ 2021 ຂອງຄະນະປະຈຳສະພາແຫ່ງຊາດ. ພິຈາລະນາ, ຕົກລົງການເພີ່ມເຕີມຮ່າງກົດໝາຍວ່າດ້ວຍການຄຸ້ມຄອງ, ນຳໃຊ້ງົບປະມານຂອງລັດລົງທຶນເຂົ້າຂະແໜງຜະລິດ, ດຳເນີນທຸລະກິດຢູ່ ວິສາຫະກິດ (ສະບັບປັບປຸງ) ເຂົ້າໃນໂຄງການສ້າງກົດໝາຍ, ນິຕິບັນຍັດປີ 2023. ໃນຕອນທ້າຍຂອງກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກ່າວຄຳເຫັນສິ້ນສຸດກອງປະຊຸມຄັ້ງທີ 14 ຂອງ ຄະນະປະຈຳສະພາແຫ່ງຊາດ.


ຕອບກັບ

ຂ່າວ/ບົດ​ອື່ນ