ຄະນະປະຈຳສະພາແຫ່ງຊາດປຶກສາຫາລືກ່ຽວກັບບົດລາຍງານຕິດຕາມກວດກາວຽກງານສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່

ຄະນະປະຈຳສະພາແຫ່ງຊາດປຶກສາຫາລືກ່ຽວກັບບົດລາຍງານຕິດຕາມກວດກາວຽກງານສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ - ảnh 1
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ

(vovworld)- ສືບ​ຕໍ່​ວາ​ລະ​ປະ​ຊຸມ​ຄັ້ງ​ທີ 31, ຕອນ​ເຊົ້າ​ວັນ​ທີ 1/10, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ໄດ້​ຮັບ​ຟັງ ແລະ ປຶກ​ສາ​ຫາ​ລື​​ບົດ​ລາຍ​ງານ​ຕິດ​ຕາມກວດ​ກາ​​ວຽກ​ງານ​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃໝ່​ໃນ​ຂົງ​ເຂດ​ ​ລົງ​ທຶນ​ຂອງ​ລັດ, ລັດ​ວິ​ສາ​ຫະ​ກິດ ແລະ ລະ​ບົບ​ທະ​ນາ​ຄານ. ຜ່ານ​ການ​ປຶກ​ສາ​ຫາ​ລື, ບັນ​ດາ​ຜູ້​ແທນ​ສ່ວນຫຼາຍ​ໄດ້​ຕີ​ລາ​ຄາ​ສູງ​ການ​ເຄື່ອນ​ໄຫວ​ຂອງ​ຄະ​ນະ​ຕິດ​ຕາມກວດ​ກາ​ໃນ​ການ​ສ້າງ​ເອ​ກະ​ສານ​ໄຈ້​ແຍກ​ສຳ​ລັບ​ວິ​ວັດ​ການ​ສ້າງ​ໂຄງ​ປະ​ກອບ​ຄືນ​ໃໝ່ ​ໃນ​ສາມ​ຂົງ​ເຂດ​ຄື : ການ​ລົງ​ທຶນ​ຂອງ​ລັດ, ລັດ​ວິ​ສາ​ຫະ​ກິດ ແລະ ລະບ​ົບທະ​ນາ​ຄານ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ບັນ​ດາ​ຜູ້​ແທນ​ຖື​ວ່າ : ມີຫຼາຍ​ເນື້ອ​ໃນ​​ຂອງ​​ບົດລາຍງານ​ຕິດ​ຕາມກວດ​ກາ​ ໄຈ້​ແຍກ​ ໝາກ​ຜົນ​ໃນ​ວິ​ວັດ​ການ​ປະ​ຕິ​ບັດ​ໂຄງ​ການ ຍັງ​ບໍ່​ທັນ​ຈະ​ແຈ້ງ​ ​. ກ່ຽວ​ກັບ​ບັນ​ຫານີ້, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ເນັ້ນ​ໜັກ​ວ່າ : ​ໃນບົດລາຍ​ງານ​ຄວນ​ເຮັດ​ແຈ້ງ​ບັນ​ດາ​ຂໍ້​​​ຈຳ​ກັດຂາດ​ຕົກ​ບົກ​ຜ່ອງ​ ແລະ ສາຍ​ເຫດ​ຂອງ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກດັ່ງ​ກ່າວ ເພື່ອ​ສະ​ເໜີ​ໜ້າ​ທີ່​ລະ​ອຽດ​ແຕ່ນີ້​ຮອດ​ປີ 2015.

ນີ້​ແມ່ນ​ການ​ຕິດ​ຕາມກວດ​ກາ​ສູງ​ສຸດ ເພື່ອ​​ສ້າງເປັນ​ພື້ນ​ຖານ​ໃຫ້​ ສະ​ພາ​ແຫ່ງ​ຊາດ​ດຳ​ເນີນການ​ຕິດ​ຕາມກວດ​ກາ ແລະ ອອກ​ມະ​ຕິ​. ໃນ​ມະ​ຕິ​​ ລາຍ​ງານ​ສະ​ພາບ​ສ້າງ​ໂຄງ​ປະ​ກອບ​ຄືນ​ໃໝ່, ໝາກ​ຜົນ​ທີ່​ບັນ​ລຸ​ໄດ້, ຂໍ້​​​ຈຳ​ກັດ ສາຍ​ເຫດ ແລະ ພາຍຫຼັງ​​ການຕິດ​ຕາມກວດ​ກາ​ ມີ​ແຜນ​ນະ​ໂຍ​ບາຍ​ຄື​ແນວ​ໃດ​ຕ້ອງ​ໄດ້​ເວົ້າ​ແຈ້ງ. ​ພ້ອມ​ກັນ​ນັ້ນ ​​ຕ້ອງເຮັດແຈ້ງ​ສາຍ​ເຫດ ແລະ ເປົ້າ​ໝາຍ​ ສ້າງ​ໂຄງ​ປະ​ກອບ​ຄືນ​ໃໝ່ນັ້ນ ແຕ່ນີ້​ຮອດ​ປີ 2015 ​ແມ່ນ​ຄື​ແນວ​ໃດ

 

ຂ່າວ/ບົດ​ອື່ນ