ຄະນະປະຈຳສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍວ່າດ້ວຍການບໍລິຫານສາທາລະນະ

(VOVWORLD) - ສືບຕໍ່ວາລະປະຊຸມທີ 3, ຕອນເຊົ້າວັນທີ 18 ສິງຫາ, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການບໍລິຫານສາທາລະນະ. ນີ້ແມ່ນຮ່າງກົດໝາຍສະບັບທຳອິດ ໃນປະຫວັດສາດສະພາແຫ່ງຊາດ ໂດຍສະມາຊິກສະພາແຫ່ງຊາດຜູ້ໜຶ່ງຍື່ນສະເໜີ.
ຄະນະປະຈຳສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍວ່າດ້ວຍການບໍລິຫານສາທາລະນະ - ảnh 1ທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກ໋ວກຫຽນ  

ບັນດາຄຳເຫັນປຶກສາຫາລື ໄດ້ຮັບການຕີລາຄາສູງ ຄວາມສຸດຈິດສຸດໃຈ ແລະ ຄວາມມານະພະຍາຍາມຂອງສະມາຊິກສະພາແຫ່ງຊາດ ເຈິ່ນທິກວ໋ກແຄ້ງ, ຄະນະຮ່າໂນ້ຍ-ຫົວໜ້າຄະນະຮຽບຮຽງ ເພາະຖືວ່າ ນີ້ແມ່ນຮ່າງກົດໝາຍທີ່ມີລັກສະນະຍາກທີ່ສຸດ, ຂອບເຂດການກະທົບກວ້າງຂວາງ, ກ່ຽວຂ້ອງເຖິງ ພື້ນຖານການບໍລິຫານສາທາລະນະທັງໝົດ. ເຖິງຢ່າງໃດກໍ່ຕາມ, ຜ່ານການປຶກສາຫາລື, ຫຼາຍຄຳເຫັນຖືວ່າ: ບັນດາສາຍເຫດກ່ຽວກັບຄວາມຈຳເປັນປະກາດໃຊ້ກົດໝາຍ ແມ່ນ ຍັງບໍ່ທັນມີລັກສະນະເກ້ຍກ່ອມເທື່ອ. ທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກ໋ວກຫຽນ ໄຈ້ແຍກວ່າ:

        “ ໃນຕົວຈິງ, ເລື່ອງ ປ່ຽນແປງໃໝ່, ປະຕິຮູບການເຄື່ອນໄຫວບໍລິຫານຂອງລັດ ພວກເຮົາ ແມ່ນມີຄວາມຈຳເປັນທີ່ສຸດ. ແຕ່ ການເຄື່ອນໄຫວບໍລິຫານ ຂອງ ລັດພວກເຮົາພັດ ໄດ້ກຳນົດໄວ້ໃນເອກະສານກົດໝາຍຫຼາຍສະບັບແລ້ວ. ສະນັ້ນ, ກົດໝາຍນີ້ ສາມາດກວມລວມເອົາທຸກບັນຫາທີ່ກົດໝາຍອື່ນກຳນົດໄວ້ໄດ້ຫຼືບໍ່ ? ຈາກນັ້ນອາດຈະເວົ້າໄດ້ວ່າ ຂອບເຂດທີ່ຄະນະຮຽບຮຽງໄດ້ຍົກອອກແມ່ນກວ້າງຂວາງເກີນໄປ. ທີສອງແມ່ນ ກົດໝາຍນີ້ ບໍ່ມີລັກສະນະຄວາມເປັນເອກະພາບ ກັບບັນດາກົດໝາຍອື່ນ. ບາງທີກົດໝາຍນີ້ພຽງແຕ່ມີລັກສະນະຈົດເອົາບັນຊີລາຍຊື່ຫົວວຽກເທົ່ານັ້ນ, ດັ່ງນັ້ນບໍ່ຮັບປະກັນລັກສະນະລະອຽດໄດ້ເທື່ອ. ຖ້າຍົກອອກຄືແນວນີ້ ແມ່ນ ບໍ່ຮັບປະກັນລັກສະນະເປັນໄປໄດ້

ຕອບກັບ

ຂ່າວ/ບົດ​ອື່ນ