ຄະນະປະຈຳສະພາແຫ່ງຊາດລາວຈັດກອງປະຊຸມປະຈຳເດືອນ5

ຄະນະປະຈຳສະພາແຫ່ງຊາດລາວຈັດກອງປະຊຸມປະຈຳເດືອນ5 - ảnh 1
ທ່ານ​ນາງປະທານ​ສະພາ​ແຫ່ງ​ຊາດ​ລາວ ປານີ ຢາ​ທໍ່​ຕູ້
ເປັນ​ປະທານກອງ​ປະຊຸມ​

(vovworld) – ​​​ ​ໃນ​ລະຫວ່າງ​ວັນ​ທີ 2 – 3/6, ຢູ່​ນະຄອນຫຼວງ​ວຽງ​ຈັນ ປະ​ເທດ​ລາວ, ​ພາຍ​ໃຕ້ການ​ເປັນ​ປະທານຂອງ​ທ່ານ​ນາງປະທານ​ສະພາ​ແຫ່ງ​ຊາດ​ລາວ ປານີ ຢາ​ທໍ່​ຕູ້, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດລາວ ​ໄດ້​ຈັດ​ກອງ​ປະຊຸມ​ປະຈຳ​ເດືອນ 5 ​ແນ​ໃສ່​ຮັບ​ຟັງ​ບັນດາບົດລາຍງາ​ນ, ຕີ​ລາຄາ ​ແລະ ພ້ອມ​ທັງປຶກສາ​ຫາລື​ເນື້ອ​ໃນ​​ຫຼາຍຢ່າງ, ບັນຫາ​ສຳຄັນ​ຂອງ​ປະ​ເທດ​ຊາດ​ໃນ​ໄລຍະ​ຜ່ານ​ມາ ​ແລະ ທິດ​ທາງ​ແຜນການ​ໃນ​ໄລຍະ​ຈະ​ມາ​ເຖິງ. ທີ່ກອງ​ປະ​ຊຸມ​ຄັ້ງ​ນີ້, ບັນດາ​ຜູ້​ແທນ​ໄດ້​ຮັບ​ຟັງ​ບົດ​ລາຍ​ງານກ່ຽວ​ກັບ​ໂຄງການ​ພັດທະນາການ​ຜະລິດ​ເຂົ້າ ​ແລະ ລ້ຽງສັດ​ເພື່ອ​ຜະລິດ​​ເປັນ​ສິນຄ້າ; ປະກອບ​ຄວາມ​ຄິດ​ຄວາມ​ເຫັນ​​ໃສ່​ບົດ​ລາຍ​ງານ​ການຈັດ​ຕັ້ງປະຕິບັດ​ແຜນ​ງົບປະມານ​ແຫ່ງ​ລັດ​ປີ 2014 – 2015 ​ແລະ ​ແຜນ​ງົບປະມານ​ແຫ່ງ​ລັດ 2015 – 2016; ບົດລາຍ​ງານການຈັດ​ຕັ້ງ​ປະຕິບັດ​ແຜນ​​ພັດທະນາ​ເສດຖະກິດ - ສັງຄົມ, ວຽກ​ງານ​ກວດກາ​ຂອງລັດຖະບານ​ທີ່​ກ່ຽວຂ້ອງ​ເຖິງ​ວຽກ​ການ​ຄຸ້ມ​ຄອງ​ການ​​ເງິນ, ການ​ປະຕິບັດ​ຊຳລະ​ໜີ້​ສາທາລະນະ….

            ກອງ​ປະຊຸມ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ລາວ ຄັ້ງ​ນີ້ ​ເພື່ອ​ແນ​ໃສ່​ກະກຽມ​ຮອບດ້ານ​ໃຫ້​ແກ່​ກອງປະ​ຊຸມ​ສະ​ໄໝ​ສະມັນ​ເທື່ອ​ທີ 9 ຊຸດ​ທີ 7 ທີ່ຈະ​ມາ​ເຖິງ. ນີ້​ແມ່ນກອງ​ປະຊຸມທີ່​ມີ​ຄວາມໝາຍ​ສຳ​ຄັນ​ສຳລັບ​ສະພາບ​ການພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ລາວ ​ໃນ​ຊຸມ​ປີ​ຕໍ່​ໄປ.

ຂ່າວ/ບົດ​ອື່ນ