ຄະນະປະຈຳສະພາແຫ່ງຊາດສືບຕໍ່ໃຫ້ຄຳເຫັນກ່ຽວກັບວຽກງານກົດໝາຍ

ຄະນະປະຈຳສະພາແຫ່ງຊາດສືບຕໍ່ໃຫ້ຄຳເຫັນກ່ຽວກັບວຽກງານກົດໝາຍ - ảnh 1
(ພາບ​ປະ​ກອບ)

(vovworld) - ໂດຍ​ສື​ບຕໍ​່ກອງ​ປະ​ຊຸມ​ຄັ້ງ​ທີ 3, ຕອນ​ເຊົ້າ​ວັນ​ທີ 21/09, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ໄດ້​ຮັບ​ຟັງ ແລະ ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ບົດ​ລາຍ​ງານ​ວຽກ​ງານ​ປີ 2016 ຂອງ​ປະ​ທານ​ສານ​ປະ​ຊາ​ຊົນ​ສູ​ງ​ສຸດ, ຫົວ​ໜ້າ​ອົງ​ການ​ໄ​ອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ, ບົດ​ລາຍ​ງານ​ຂອງ​ລັດ​ຖະ​ບານ​ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ, ຕ້ານອາດ​ຊະ​ຍາ​ກຳ, ກ່ຽວ​ກັບ​ວຽກ​ງານ​ປະ​ຕິ​ບັດ​​ຕາມ​ການ​ຕັດ​ສິນ​ຂອງ​ສານ ແລະ ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ. ບັນ​ດາ​ບົດ​ລາຍ​ງານ​ໄດ້​​ສ່ອງ​ແສງຢ່າງ​ຄົບ​ຖ້ວນ​ພໍ່​ສົມ​ຄວນ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້ ກໍ​ຄື​ບັນ​ດາ​ຂໍ້​ຈຳ​ກັດ, ຕິດ​​ຂັດ​ໃນ​​ວຽກ​ງານທຸກ​ດ້ານ ແລະ ວາ​ງ​ອອກ​ບັນ​ດາ​ມາດ​ຕະ​ການ​ແກ​້​ໄຂ.

        ຕອນ​ບ່າຍ​ວັນ​ທີ 21/09, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ເລື່ອງ​ແຕ່ງ​ຕັ້ງ​ກຳ​ມະ​ການສະ​ພາ​ຄັດ​ເລືອກ, ຕິດ​ຕາມກວດກ​າ​ຜູ້​ພິ​ພາກ​ສາ​ແຫ່ງ​ຊາດ.

ຂ່າວ/ບົດ​ອື່ນ