ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນກ່ຽວກັບການກະກຽມໃຫ້ກອງປະຊຸມເທື່ອທີ10

ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນກ່ຽວກັບການກະກຽມໃຫ້ກອງປະຊຸມເທື່ອທີ10 - ảnh 1
(ພາບປະກອບ)

(vovworld) – ​​ໂດຍ​ສືບ​ຕໍ່​ວາລະ​ປະຊຸມ​ຄັ້ງ​ທີ 42, ຕອນ​ເຊົ້າ​ວັນ​ທີ 13/10, ຄະນະ​ປະຈຳ​ສະພາ​ແຫ່ງຊາດ ​ໄດ້​ໃຫ​້ຄຳ​ເຫັນ​ກ່ຽວ​ກັບ​ເລື່ອງ​ກະກຽ​ມ​ໃຫ້​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 10, ສະພາ​ແຫ່ງ​ຊາດ​ຊຸດ​ທີ 13, ​ເຊິ່ງຈະ​ໄຂ​ຂຶ້ນ​ໃນ​ວັນ​ທີ 20/10 ຈະ​ມາ​ເຖິງ. ຕາມ​ການ​ຄາດ​ຄະ​ເນ, ທີ່​ກອງ​ປະຊຸມ​ເທື່ອ​ທີ 10, ສະພາ​ແຫ່ງ​ຊາດ​ຈະ​ຮັບຮ​ອງ​ເອົາ​ຮ່າງ​ກົດໝາຍ 16 ສະບັບ, ຮ່າງ​ມະຕິ 3 ສະບັບ, ​ໃນ​ນັ້ນ​ມີ​ບັນດາ​ຮ່າງ​ກົດໝາຍ​ສຳຄັນ​ຄື: ປະມວນກົດໝາຍແພ່ງ (ສະບັບ​ປັບ​​​ປຸງ); ປະມວນກົດ​ໝາຍ​ອາຍາ (ສະບັບ​ປັບປຸງ); ປະມວນກົດໝາຍ​ດຳ​ເນີນຄະ​ດີ​​ແພ່ງ (ສະບັບ​ປັບ​​​ປຸງ)… ກ່ຽວ​ກັບ​ວຽກງານ​ຕິດຕາມ​ກວດກາ, ສະພາ​ແຫ່ງ​ຊາດ​ຈະ​ພິຈາລະນາ, ຕົກລົງ​ບັນດາ​ບັນຫາ​ເສດຖະກິດ​ສັງຄົມ, ​ໃຫ້​ຄຳ​ເຫັນກ່ຽວ​ກັບ​ແຜນການ​ພັດທະນາ​ເສດຖະກິດ, ສັງຄົມ​ໄລ​ຍະ 5 ປີ 2016 – 2020; ພິຈາລະນາ​ບັນດາ​ບົດ​ລາຍ​ງານ​ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ການລະ​ເມີດ​ກົດໝາຍ ​ແລະ ອາດຊະຍາ​ກຳ. ກອງ​ປະຊຸມ​ກໍ​ຈະ​ພິຈາລະນາ​ບັນດາ​ບົດ​ລາຍ​ງານ​ກ່ຽວ​ກັບ​ການ​ຕິດ​ຕາມ​ກວດກາ​ຫົວ​ເລື່ອງ​ສະ​ເພາະ, ການ​ເຄື່ອນ​ໄຫວ​ຊັກ​ຖາມ​ແຕ່​ຕົ້ນ​ອາຍຸ​ການ​ທີ 13 ຮອດ​ປີ 2015.

      ​ໃນ​ຕອນ​ເຊົ້າວັນດຽວ​ກັນ, ຄະນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ໄດ້​ໃຫ້​ຄຳ​ເຫັນ​​ໃສ່​ຮ່າງ​ກົດໝາຍ​​ເຊັນ​ຂໍ້​ຜູກ​ພັນ, ​ເຂົ້າ​ຮ່ວມ ​ແລະ ປະຕິບັດ​ສົນທິສັນຍາ​ສາກົນ (ສະບັບ​ປັບປຸງ).

      ​ແລະ​ກໍຕອນ​ບ່າຍ​ວັນ​ດຽວ​ກັນ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ເລື່ອງ​ເຂົ້າຮ່ວມ​ສົນທິສັນຍາ La Hay.

ຂ່າວ/ບົດ​ອື່ນ