ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນແກ່ບາງຮ່າງກົດໝາຍ

ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນແກ່ບາງຮ່າງກົດໝາຍ - ảnh 1
(ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ສືບ​ຕໍ່​
ລາຍການ​ເຮັດ​ວຽກ​ຂອງ​ວາລະ​ປະຊຸມ​ຄັ້ງ​ທີ 36)

(vovworld) - ວັນ​ທີ 12/3, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ສືບ​ຕໍ່​ລາຍການ​ເຮັດ​ວຽກ​ຂອງ​ວາລະ​ປະຊຸມ​ຄັ້ງ​ທີ 36, ໃຫ້​ຄຳ​ເຫັນ​ແກ່​​ຮ່າງ​ກົດໝາຍວ່າ​ດ້ວຍ​ການ​ດຳ​ເນີນ​ຄະດີບໍລິຫານ (ສະບັບ​ປັບປຸງ), ຮ່າງ​ກົດໝາຍວ່າ​ດ້ວຍ​ການ​ດຳ​ເນີນ​ຄະດີ​ແພ່ງ (ສະບັບ​ປັບປຸງ). ​ເມື່ອ​ປຶກສາ​ຫາລືຮ່າງ​ກົດໝາຍວ່າ​ດ້ວຍ​ການ​ດຳ​ເນີນ​ຄະດີ​ແພ່ງ (ສະບັບ​ປັບປຸງ), ຄວາມ​ເຫັນ​ສ່ວນ​ຫຼາຍ​ຖື​ວ່າ, ຮ່າງ​ກົດໝາຍ​ນີ້​ມີ​ຂໍ້​ກຳນົດ​ໃໝ່​ຫຼາຍ​ຢ່າງ, ຫັນ​ເປັນ​ລະອຽດ​ບັນດາ​ຂໍ້​ກຳນົດ​ຂອງ​ລັດຖະທຳ​ມະນູນ​ປີ 2013, ກົດໝາຍ​ວ່າ​ດ້ວຍ​ອົງການ​ສານ​ປະຊາຊົນ, ຮັບປະກັນ​ລັກສະນະ​ເປັນ​ເອກະ​ພາບ​ຂອງ​ລະບົບ​ກົດໝາຍ. ຕາມ​ທ່ານ ຟານ​ຈຸ​ງຫຼີ, ຫົວໜ້າ​ກຳມາ​ທິການ​ກົດໝາຍ​ຂອງ​ສະພາ​ແຫ່ງ​ຊາດ​ແລ້ວ, ​ເລື່ອງ​ປັບປຸງ​ກົດໝາຍ​ຄັ້ງ​ນີ້ ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄຸນ​ນະພາ​ບການ​ພິພາກສາ​ບັນດາ​ຄະດີ​ແພ່ງ, ​ແກ້​ໄຂ​ສະພາບ​ຄະດີ​ຍັງ​ຄ້າງ​ໄວ້.

ກ່ອນ​ໜ້າ​ນັ້ນ, ຕອນ​ເຊົ້າ​ວັນ​ທີ 12/3, ​ເມື່ອ​ໃຫ້​ຄຳ​ເຫັນ​ແກ່ ຮ່າງ​ກົດໝາຍວ່າ​ດ້ວຍ​ການ​ດຳ​ເນີນ​ຄະດີບໍລິຫານ (ສະບັບ​ປັບປຸງ), ບັນດາ​ຄຳ​ເຫັນ​ສຸມ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ສິດ​ອຳນາດ​ຂອງ​ສານ, ກ່ຽວ​ກັບ​ການ​ຫັນລະບຽບ​ການ​ ສານ​ດິກາ  ເປັນ​ງ່າຍດາຍ.

ຂ່າວ/ບົດ​ອື່ນ