ຄະນະປະຕິບັດງານ ຫວຽດນາມ ສືບຕໍ່ມານະພະຍາຍາມກູ້ຊ່ວຍຜູ້ປະສົບເຄາະຮ້າຍຈາກເຫດແຜ່ນດິນໄຫວຢູ່ ຕວກກີ

(VOVWORLD) -ມາຮອດປະຈຸບັນ, ແມ່ນມື້ທີ 6 ທີ່ເຮັດວຽກຢູ່ສະຖານທີ່ເກີດເຫດ, ພວກຂ້າພະເຈົ້າໄດ້ສົມທົບກັນກູ້ເອົາຊີວິດຊາຍຄົນໜຶ່ງ ອາຍຸ 17 ປີອອກມາຈາກຊາກຫັກພັງໄດ້ຢ່າງປອດໄພ, ພ້ອມທັງນຳຊາກສົບ 10 ຄົນອອກຈາກເຂດຊາກຫັກພັງ.
ຄະນະປະຕິບັດງານ ຫວຽດນາມ ສືບຕໍ່ມານະພະຍາຍາມກູ້ຊ່ວຍຜູ້ປະສົບເຄາະຮ້າຍຈາກເຫດແຜ່ນດິນໄຫວຢູ່ ຕວກກີ - ảnh 1ຄະນະປະຕິບັດງານກູ້ໄພກູ້ຊີບ ຫວຽດນາມ
(ພາບ: qdnd.vn)

        ວັນທີ 16 ກຸມພາ, ຄະນະປະຕິບັດງານກູ້ໄພກູ້ຊີບ ຫວຽດນາມ ສືບຕໍ່ແຂ່ງກັນກັບເວລາ, ຊອກຫາຜູ້ປະສົບເຄາະຮ້າຍໃນໄພພິບັດແຜ່ນດິນໄຫວຢູ່ ຕວກກີ. ໝາກຜົນທີ່ບັນລຸໄດ້ແມ່ນ, ບັນດາພະນັກງານ, ນັກຮົບຕຳຫຼວດ ຫວຽດນາມ ໄດ້ຊ່ວຍກູ້ເອົາຊີວິດຊາຍຄົນໜຶ່ງສຳເລັດ ພ້ອມທັງໜູນຊ່ວຍມະນຸດສະທຳໃຫ້ແກ້ປະຊາຊົນ ຕວັກກີ.

        ກ່ຽວກັບໝາກຜົນເຊິ່ງຄະນະປະຕິບັດງານກູ້ໄພກູ້ຊີບຂອງກະຊວງຕຳຫຼວດ ຫວຽດນາມ ບັນລຸໄດ້້ນັບແຕ່ເມື່ອຜັນຂະຫຍາຍວຽກງານກູ້ໄພກູ້ຊີບຢູ່ ຕວກກີ ມາຮອດປະຈຸບັນ, ທ່ານ ຫງວຽນມິງເຄືອງ, ຫົວໜ້າຄະນະປະຕິບັດງານກູ້ໄພກູ້ຊີບຂອງກະຊວງຕຳຫຼວດ ຫວຽດນາມ, ໃຫ້ຮູ້ວ່າ:

        “ມາຮອດປະຈຸບັນ, ແມ່ນມື້ທີ 6 ທີ່ເຮັດວຽກຢູ່ສະຖານທີ່ເກີດເຫດ, ພວກຂ້າພະເຈົ້າໄດ້ສົມທົບກັນກູ້ເອົາຊີວິດຊາຍຄົນໜຶ່ງ ອາຍຸ 17 ປີອອກມາຈາກຊາກຫັກພັງໄດ້ຢ່າງປອດໄພ, ພ້ອມທັງນຳຊາກສົບ 10 ຄົນອອກຈາກເຂດຊາກຫັກພັງ. ນອກນັ້ນ, ກຳລັງກູ້ໄພກູ້ຊີບຂອງກະຊວງຕຳຫຼວດ ຫວຽດນາມ ໄດ້ມອບເຄື່ອງຊ່ວຍເຫຼືອມີນຳໜັກກວ່າ 2 ລ້ານໂຕນ ເຊິ່ງແມ່ນເຄື່ອງອຸປະກອນການແພດ ແລະ ຢາໃຫ້ ຕວກກີ ເພື່ອຮັບໃຊ້ການປິ່ນປົວພະຍາດໃຫ້ແກ່ຄົນເຈັບ”.

ຕອບກັບ

ຂ່າວ/ບົດ​ອື່ນ