ຄະນະປະຕິບັດງານ ອາບຟຣີກາ ສະເໜີແຜນການສັນຕິພາບໃຫ້ແກ່ການປະທະກັນລັດເຊຍ - ຢູແກຼນ

(VOVWORLD) - ຄະນະປະຕິບັດງານການທູດຂອງ ອາບຟຣີກາ ຮຽກຮ້ອງໃຫ້ ລັດເຊຍ ແລະ ຢູແກຼນ ຈົ່ງເຈລະຈານຳກັນເພື່່ອຢຸດຕິການປະທະກັນໂດຍໄວ ແລະ ອາບຟຣີກາ ຢາກກາຍເປັນຄົນກາງ ໃນວິວັດກທນຊອກຫາສັນຕິພາບ.
ຄະນະປະຕິບັດງານ ອາບຟຣີກາ ສະເໜີແຜນການສັນຕິພາບໃຫ້ແກ່ການປະທະກັນລັດເຊຍ - ຢູແກຼນ - ảnh 1(ພາບປະກອບຈາກ Reuters)

ວັນທີ 17 ມິຖຸນາ, ຢູ່ນະຄອນ Saint Peterburg, ສະຫະພັນລັດເຊຍ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ເຈລະຈາກັບຄະນະປະຕິບັດງານການທູດຂັ້ນສູງ ອາບຟຣີກາ, ເຊິ່ງລວມມີຜູ້ຕາງໜ້າຂອງ 7 ປະເທດຂອງທະວີບນີ້, ກ່ຽວກັບການແກ້ໄຂການປະທະກັນ ລັດເຊຍ - ຢູແກຼນ. ຄະນະປະຕິບັດງານ ອາບຟຣີກາ ລວມມີການນຳຂອງ ອາບຟຣີກາໃຕ້, ອີຢິບ, ເຊເນການ, Zambia, Uganda, ສ. Congo ແລະ Comoros.

ທີ່ການເຈລະຈາ, ຄະນະປະຕິບັດງານການທູດຂອງ ອາບຟຣີກາ ຮຽກຮ້ອງໃຫ້ ລັດເຊຍ ແລະ ຢູແກຼນ ຈົ່ງເຈລະຈານຳກັນເພື່່ອຢຸດຕິການປະທະກັນໂດຍໄວ ແລະ ອາບຟຣີກາ ຢາກກາຍເປັນຄົນກາງ ໃນວິວັດກທນຊອກຫາສັນຕິພາບ. ຄະນະປະຕິບັດງານ ອາບຟຣີກາ ສະເໜີແຜນການສັນຕິພາບໂດຍສຸມໃສ່ 10 ຂໍ້, ໃນນັ້ນມີການເຈລະຈາທາງການທູດຍິ່ງໄວກໍ່ຍິ່ງດີ; ເລີ່ມຫລຸດຜ່ອນການປະທະກັນຈາກທັງສອງຝ່າຍ; ຮັບປະກັນອະທິປະໄຕແຫ່ງຊາດ ແລະ ຊົນຊາດ ຕາມກົດບັດ ສປຊ; ຮັບປະກັນຄວາມໝັ້ນຄົງໃຫ້ແກ່ບັນດາປະເທດ; ຮັບປະກັນການຂົນສົ່ງທັນຍາຫານ ແລະ ຝຸ່ນຂອງທັງສອງປະເທດ ລັດເຊຍ ແລະ ຢູແກຼນ; ແລກປ່ຽນຊະເລິກເສິກ; ສ້າງສາປະເທດຄືນໃໝ່ພາຍຫຼັງສົງຄາມ ແລະ ໜູນຊ່ວຍບັນດາຜູ້ປະສົບເຄາະຮ້າຍຈາກສົງຄາມ.

ສ່ວນທ່ານປະທານາທິບໍດີ ລັດເຊຍ Vladimir Putin ຢັ້ງຢືນ ວ່າ ມົດສະກູ ພ້ອມແລ້ວເຂົ້າຮ່ວມເຈລະຈາມີລັກສະນະສ້າງສັນກັບທຸກໆປະເທດຫວັງຢາກມີສັນຕິພາບ ບົນຫຼັກການຍຸຕິທຳ, ມີການຄິດໄລ່ຊັ່ງຊາເຖິງຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍຂອງບັນດາຝ່າຍ ແລະ ຈະພິຈາລະນາທຸກຂໍ້ສະເໜີຈາກບັນດາປະເທດ ອາບຟຣີກາ ກ່ຽວກັບການແກ້ໄຂບັນຫາຢູ່ ຢູແກຼນ. ທ່ານປະທານາທິບໍດີ ລັດເຊຍ ຕີລາຄາສູງວິທີສຳຜັດສົມດຸ່ນຂອງການນຳ ສະຫະພັນ ອາບຟຣີກາ ຕໍ່ສະພາບການຢູ່ ຢູແກຼນ.

ຕອບກັບ

ຂ່າວ/ບົດ​ອື່ນ