ຄະນະປະຕິບັດງານຂອງ ກົມການເມືອງເຮັດວຽກ ກັບຄະນະປະຈຳຄະນະພັກແຂວງອາຢາງ

ຄະນະປະຕິບັດງານຂອງ ກົມການເມືອງເຮັດວຽກ ກັບຄະນະປະຈຳຄະນະພັກແຂວງອາຢາງ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ
ເຮັດ​ວຽກ​ກັບ​ຄະນະ​ປະຈຳ​ຄະນະ​ພັກ​ແຂວງ​ອາ​ຢາງ
(ພາບ: Chinhphu.vn)

(vovworld) – ​ໃນ​ການ​ເຮັດ​ວຽກ​ວັນ​ທີ 26/9, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ, ຫົວໜ້າ​ຄະນະ​ປະຕິບັດ​ງານ, ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ຄະນະ​ປະຈຳ​ຄະນະ​ພັກ​ແຂວງ​ອາ​ຢາງ ກ່ຽວ​ກັບ​ຜົນ​ຂອງ​ການ​ກວດກາ​ເລື່ອງ​ການ​ນຳ​ຊີ້​ນຳ​ນຳພາ ​ແລະ ຈັດ​ຕັ້ງ​ການ​ປະຕິບັດ​ມະຕິ​ສູນ​ກາງ​ທີ 4, ຊຸດ​ທີ 11 “ບາງ​ບັນຫາ​ຮີບ​ດ່ວນ​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​ໃນ​ປະຈຸ​ບັນ“ ​ແລະ ຄຳ​ສັ່ງ 03 ຂອງ​ກົມ​ການ​ເມືອງ “ສືບ​ຕໍ່​ຍູ້​ແຮງ​ການ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈີ​ມິນ“ຢູ່​ທ້ອງ​ຖີ່​ນ.

ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກຢືນຢັນ​ວ່າ ການ​ປະຕິບັດ​ມະຕິ​ສູນ​ກາງ​ທີ 4, ຊຸດ​ທີ 11 ​ແລະ ຄຳ​ສັ່ງ 03 ຂອງ​ກົມ​ການ​ເມືອງ ​ໄດ້​ຊ່ວຍ​ໃຫ້​ທ້ອງ​ຖີ່​ນພັດທະນາ​ເສດຖະກິດ​ໄດ້​ດີກ​ວ່າ, ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ຮັບປະກັນ​ຊີວິດ​ສັງຄົມ ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ການ​ປະຕິບັດ​ມະຕິ ​ແລະ ຄຳ​ສັ່ງ​ດັ່ງກ່າວ​ແມ່ນ​ເໝາະ​ສົມ​ກັບການ​ສ້າງ​ໂຄງ​ປະກອບ​ຂະ​ແໜງ​ກະສິກຳ​ຄືນ​ໃໝ່.

​ໄລຍະ​ຜ່ານ​ມາ, ​ແຂວງ​ອານ​ຢາງ​ ໄດ້​ເຮັດ​ວຽກ​ງານ​​ຕ້ານການ​ເສື່ອ​ມທາດ​ເສຍ​ຄູນ​ໃນ​ໝູ່​ພະນັກງານ, ສະມາຊິກ​ພັກ​ສ່ວນ​ໜຶ່ງ​ເປັນ​ຢ່າງ​ດີ,  ສ້າງ​ການ​ຫັນປ່ຽນ​ຢູ່​ພາຍ​ໃນ​ແຂວງ, ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ເປັນ​ເອກະ​ພາບ​ໃນ​ການ​ຊີ້​ນຳ, ນຳພາ​ພັດທະນາ​ເສດຖະກິດ, ວັດທະນະທຳ, ສັງຄົມ​ໃນ​ທ້ອງ​ຖີ່​ນ ​ແລະ ສິ່ງ​ສຳຄັນ​ກວ່າ​ແມ່ນ​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ສະມາຊິກ​ພັກ ​ແລະ ປະຊາຊົນ​ທີ່​ມີ​ຕໍ່​ພັກ.

 

 

ຂ່າວ/ບົດ​ອື່ນ