ຄະນະປະຕິບັດງານຂອງ ສະຫະປະຊາຊາດຢ້ຽມຢາມເຂດຊາຍແດນ ໂປໂລຍ- ເບລາຣຸດ

(VOVWORLD) -ຜູ້ຕາງຫນ້າ UNHCR ຢູ່ ເບລາຣຸດ ສະແດງຄວາມວິຕົກກັງວົນຕໍ່ຊາວອົບພະຍົບໃນເຂດອາໄສຊົ່ວຄາວຢູ່ Bruzgi ພວມຂາດແຄນເຄື່ອງໃຊ້ທີ່ຈຳເປັນ ແລະ ໃຫ້ຮູ້ວ່າ: ສະຫະປະຊາຊາດ ແລະ ສະພາກາແດງ ຈະປະຕິບັດບັນດາມາດຕະການເພື່ອແກ້ໄຂບັນດາບັນຫາຍັງຄົງຄ້າງ.

ຄະນະປະຕິບັດງານຂອງ ສະຫະປະຊາຊາດຢ້ຽມຢາມເຂດຊາຍແດນ ໂປໂລຍ- ເບລາຣຸດ - ảnh 1ຊາວອົບພະຍົບໄດ້ຍ້າຍໄປເຖິງສູນ logistics ຢູ່ເຂດ Grodno (ເບລາຣຸດ) ໃກ້ກັບ ໂປໂລຍ ເມື່ອວັນທີ 18/11/2021. ( ພາບ:AFP/TTXVN)

ວັນທີ 20 ພະຈິກ, ຄະນະປະຕິບັດງານຂອງ ຂ້າຫລວງໃຫຍ່ ສປຊ ກ່ຽວກັບຊາວອົບພະຍົບ (UNHCR) ແລະ ອົງການສານກົນເພື່ອຊາວອົບພະຍົບ (IOM) ໄດ້ໄປຢ້ຽມຢາມສູນພະລາທິການໃກ້ກັບຊາຍແດນ ເບລາຣຸດ -ໂປໂລຍ, ແມ່ນບ່ອນທີ່ມີຊາວອົບພະຍົບພວມອາໄສຊົ່ວຄາວ.

ຫົວຫນ້າຄະນະປະຕິບັດງານ IOM ຢູ່ ເບລາຣຸດ ໃຫ້ຮູ້ວ່າ: ອົງການນີ້ ໄດ້ໂຮມປະຊຸມກັບບັນດາຄູ່ຮ່ວມມືແຫ່ງຊາດ ແລະ ພິຈາລະນາບັນດາມາດຕະການໄລຍະກາງອື່ນເພື່ອແກ້ໄຂສະພາບການຊາວອົບພະຍົບ. ຜູ້ຕາງຫນ້າ IOM  ຮຽກຮ້ອງບັນດາປະເທດ “ຮີບເຮັ່ງພ້ອມກັນແກ້ໄຂບັນຫາ” ກໍ່ຄືເຄົາລົບກົດໝາຍສາກົນ ແລະ ສິດຂອງຊາວອົບພະຍົບ.

ໃນຂະນະນັ້ນ ຜູ້ຕາງຫນ້າ UNHCR ຢູ່ ເບລາຣຸດ ສະແດງຄວາມວິຕົກກັງວົນຕໍ່ຊາວອົບພະຍົບໃນເຂດອາໄສຊົ່ວຄາວຢູ່ Bruzgi ພວມຂາດແຄນເຄື່ອງໃຊ້ທີ່ຈຳເປັນ ແລະ ໃຫ້ຮູ້ວ່າ: ສະຫະປະຊາຊາດ ແລະ ສະພາກາແດງ ຈະປະຕິບັດບັນດາມາດຕະການເພື່ອແກ້ໄຂບັນດາບັນຫາຍັງຄົງຄ້າງ.

ຕອບກັບ

ຂ່າວ/ບົດ​ອື່ນ