ຄະນະປະຕິບັດງານຂອງກົມການເມືອງ ເຮັດວຽກຢູ່ແຂວງຕ່ຽນຢາງ

ຄະນະປະຕິບັດງານຂອງກົມການເມືອງ ເຮັດວຽກຢູ່ແຂວງຕ່ຽນຢາງ - ảnh 1
ຄະນະໄດ້ລົງເຮັດວຽກຢູ່ແຂວງ​ຕ໋ຽນຢາງ
(ພາບ: ໜັງສືພິມẤp Bắc)

(vovworld) – ​ວັນ​ທີ22/8, ຄະນະ​ປະຕິບັດ​ງານ​ຂອງ​ກົມ​ການ​ເມືອງ ​ໂດຍ​ທ່ານ ​ໂຕ​ຮູ​ຍ​ເຣື໋ອ, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ເປັນ​ຫົວໜ້າ​ຄະນະ, ​ໄດ້​ລົງ​ກວດກາ​ສະພາບ​ການ​ປະຕິບັດ​ມະຕິ​ສູນ​ກາງ​ທີ 4 ຊຸດ​ທີ 11 “ບາງ​ບັນຫາຮີບ​ດ່ວນ​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​ໃນ​ປະຈຸ​ບັນ“ ​ແລະ ຄຳ​ສັ່ງ 03 ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ “ສືບ​ຕໍ່​ຍູ້​ແຮງ​ການ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄູນ​ສົມບັດ​ປະທານ ​ໂຮ່ຈີ​ມິນ“ ຢູ່​ແຂວງ​ຕ່ຽນຢາງ. ກ່າວ​ຄວາມ​ເຫັນ​ທີ່​ການ​ເຮັດ​ວຽກ​ກັບ​ຄະນະ​ປະຈຳ​ຄະນະ​ພັກ​ແຂວງ​ຕ໋ຽນຢາງ, ທ່ານ ​ໂຕ​ຮູ​ຍ​ເຣື໋ອ ​ເນັ້ນ​ໜັກ​ວ່າ, ດ້ວຍ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ໃນ​ເບື້ອງ​ຕົ້ນ, ໃນ​ໄລຍະ​ຈະ​ມາ​ເຖິງ, ຄະນະ​ພັກ​ແຂວງ ຕ໋ຽນຢາງ ຄວນ​ສືບ​ຕໍ່​ຍູ້​ແຮງ​ການ​ປະຕິບັດ​ມະຕິ​ສູນ​ກາງ​ທີ 4 ​ແລະ ຄຳ​ສັ່ງ​ເລກທີ 03 ຂອງ​ກົມ​ການ​ເມືອງ ​, ປັບປຸງ, ຍົກ​ສູງ​ກຳລັງ​ຕໍ່ສູ້​ຂອງ​ລະບົບ​ການ​ເມືອງ, ສະກັດ​ກັ້ນ​ການ​ເສື່ອ​ມທາດ​ເສຍ​ຄູນ​ໃນ​ໝູ່​ພະນັກງານ​ສະມາຊິກ​ພັກ, ສ້າງ​ຄວາມ​ເຊື່ອ​ໝັ້ນ​ໃນ​ໝູ່​ມະຫາຊົນ, ສ້າງ​ກຳລັງ​ໜູນ​ປະຕິບັດ​ບັນດາ​ຄາດໝາຍ​ເສດຖະກິດ - ສັງຄົມ ຕາມ​ມະຕິ​ທີ່​ອົງຄະ​ນະ​ພັກ​ໄດ້​ວາງ​ອອກ​ຢ່າງ​ມີ​ໄຊ.

 

ຂ່າວ/ບົດ​ອື່ນ