ຄະນະປະຕິບັດ​ງານ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ຢ້ຽມຢາມ​ເຢຍລະ​ມັນ

ຄະນະປະຕິບັດ​ງານ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ຢ້ຽມຢາມ​ເຢຍລະ​ມັນ - ảnh 1

ປະ​ເທດເຢຍລະ​ມັນ

(ພາບ:laodong.com.vn)

( vovworld ) – ວັນ​ທີ 9/9, ​ໃນ​ໂອກາດ​ການ​ໄປ​ຢ້ຽມຢາມ​ສາທາລະນະ​ລັດ​ສະຫະພັນ​ເຢຍລະ​ມັນ, ຄະນະປະຕິບັດ​ງານ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ໂດຍ​ທ່ານ Dinh The Huynh ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູ​ນກາງ​ເປັນ​ຫົວໜ້າ​ຄະນະ ​ໄດ້​ໄປຢ້ຽມຢາມ​ສະຖານທູດ​ຫວຽດນາມ ​ແລະ ພົບປະກັບຜູ້ຕາງໜ້າ​ປະຊາ​ຄົມຫວຽດນາມ ອາ​ໄສ​ຢູ່​ສາທາລະນະ​ລັດ​ສະຫະພັນ​ເຢຍລະ​ມັນ. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ Dinh The Huynh ​ໄດ້​ຢັ້ງຢືນ​ນະ​ໂຍບາຍ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ​ຂອງ​ການ​ນຳ​ພັກ, ລັດ​ຫວຽດນາມ ​​ໂດຍ​ຖື​ວ່າປະຊາ​ຄົມຫວຽດນາມ ອາ​ໄສ​ຢູ່ຕ່າງປະ​ເທດ​ແມ່ນ​ພາກສ່ວນໜື່ງ​ທີ່​ບໍ່​ອາດ​ຕັດ​ແຍກ​ອອກ​ຈາກ​ຊາດ​ຫວຽດນາມ ​ໄດ້. ທ່ານ Dinh The Huynh  ກໍ່​ໄດ້​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບສະພາບ​ການ​ຢູ່​ພາຍ​ໃນ​ປະ​ເທດ ຊື່​ງລວມມີ​ວິວັດທະນາ​ການ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ, ການ​ເງິນ​ຄືນ​ໃໝ່, ຕອບ​ບັນດາ​ຄຳ​ຖາມ​ຂອງ​ປະຊາຊົນ​ກ່ຽວ​ກັບ​ວິວັດ​ການ​ຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະ ຕຳ​ນິຕິ​ຊົມ​ກັນ​ໃນ​ພັກປະຈຸ​ບັນ​, ຫຼັກ​ໝັ້ນ​ຂອງ​ຫວຽດນາມ ກ່ຽວ​ກັບ​ບັນຫາ​ທະລາ​ຕາ​ເວັນ​ອອກ. ​ໃນ​ການ​ພົບ​ປະ​ດັ່ງກ່າວ, ຊາວ​ຫວຽດນາມ ອາ​ໄສ​ຢູ່​ສາທາລະນະ​ລັດ​ສະຫະພັນ​ເຢຍລະ​ມັນ ​ໄດ້​ສະ​ແດງ​​ໃຫ້ເຫັນ​ຄວາມ​ເຊື່ອໝັ້ນຕໍ່​ແນວທາງ​ຂອງ​ພັກ ​ແລະ ລັດ​ຫວຽດນາມ ​ແລະ ​ເນັ້ນຫນັກ​ວ່າ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ເຢຍລະ​ມັນ ​ແຕ່ລະຄົນຈະ​ແມ່ນ​ນັກການ​ທູດ​ປະຊາຊົນ​ທີ່​ດີ​ເພື່ອ​ດຶງ​ດູດ​ການ​ລົງທຶນ ​ແລະ ການທ່ອງທ່ຽວ​ເຂົ້າຫວຽດນາມ.

 

 

ຂ່າວ/ບົດ​ອື່ນ