ຄະນະປະຕິບັດງານຂອງອາຣັບບິ ຊາອຸດິ ໄດ້ໄປຮອດ Yemen ເພື່ອເຈລະຈາການຢຸດຍິງກັບ Houthi

(VOVWORLD) - ວັນທີ 8 ເມສາ, ແຫຼ່ງຂ່າວບໍ່ເຜີຍຊື່ໃນລັດຖະບານ Yemen  ໄດ້ເປີດເຜີຍວ່າ: ອາຣັບບິ ຊາອຸດິ ແລະ Houthi ໄດ້ເຫັນດີເປັນເອກະພາບກ່ຽວກັບບັນດາຫຼັກການຂໍ້ຕົກລົງຢຸດຍິງທີ່ແກ່ຍາວເປັນເວລາ 6 ເດືອນ ເພື່ອເປີດຊ່ອງທາງໃຫ້ແກ່ວິວັດການເຈລະຈາແກ່ຍາວໃນ 3 ເດືອນ
ຄະນະປະຕິບັດງານຂອງອາຣັບບິ ຊາອຸດິ ໄດ້ໄປຮອດ Yemen ເພື່ອເຈລະຈາການຢຸດຍິງກັບ Houthi - ảnh 1ກຳລັງສະໜັບສະໜູນບັນດາມືປືນ Houthi ຢູ່ນະຄອນຫຼວງ Sanaan
(ພາບ: AFP/TTXVN)

ວັນທີ 9 ເມສາ, ຄະນະປະຕິບັດງານຂອງ ອາຣັບບິ ຊາອຸດິ ໄດ້ໄປຮອດນະຄອນຫຼວງ Sanaa ຂອງ Yemen ເພື່ອປຶກສາຫາລື ກ່ຽວກັບຂໍ້ຕົກລົງຢຸດຍິງໃໝ່ ກັບກຳລັງທະຫານກະບົດ Houthi. ການກະທຳດັ່ງກ່າວຈັດຂຶ້ນໃນສະພາບການ ອາຣັບບິ ຊາອຸດິ  ພວມຊອກຫາວິທີຖອນຕົວອອກຈາກສົງຄາມກາງເມືອງຢູ່ Yemen.

        ກ່ອນໜ້ານັ້ນ, ວັນທີ 8 ເມສາ, ແຫຼ່ງຂ່າວບໍ່ເຜີຍຊື່ໃນລັດຖະບານ Yemen  ໄດ້ເປີດເຜີຍວ່າ: ອາຣັບບິ ຊາອຸດິ ແລະ Houthi ໄດ້ເຫັນດີເປັນເອກະພາບກ່ຽວກັບບັນດາຫຼັກການຂໍ້ຕົກລົງຢຸດຍິງທີ່ແກ່ຍາວເປັນເວລາ 6 ເດືອນ ເພື່ອເປີດຊ່ອງທາງໃຫ້ແກ່ວິວັດການເຈລະຈາແກ່ຍາວໃນ 3 ເດືອນ ເພື່ອແນໃສ່ສ້າງຕັ້ງວິວັດການຫັນປ່ຽນໃນຮອບເວລາ 2 ປີທີ່ສະຫງວນໃຫ້ Yemen. ຂໍ້ຕົກລົງນີ້ມີຄວາມຫວັງວ່າຈະຕອບສະໜອງບັນດາຈຸດປະສົງຕົ້ນຕໍຂອງ Houthi, ໃນນັ້ນມີການຍົກເລີກບັນດາລະບຽບການຈຳກັດການເຄື່ອນໄຫວຢູ່ສະໜາມບິນ ແລະ ທ່າກ່ຳປັ່ນທີ່ຂຶ້ນກັບການຄຸ້ມຄອງຂອງ Houthi.

        Houthi ຍາດໄດ້ສິດຄວບຄຸມນະຄອນຫຼວງ Sanaa ແຕ່ປີ 2014, ເຊິ່ງເຮັດໃຫ້ເກີດການປະທະກັນກັບລັດຖະບານ Yemen ທີ່ປະຊາຄົມສາກົນເຄີຍຮັບຮູ້ ແລະ ໄດ້ຮັບການໜູນຫຼັງຈາກສຳພັນທະມິດການທະຫານໂດຍ ອາຣັບບິ ຊາອຸດິ ນຳໜ້າ. ຄຳສັ່ງຢຸດຍິງໄດ້ປະກາດກ່ອນນີ້ເກືອບ 1 ປີ ເຮັດໃຫ້ຫລຸດຜ່ອນບັນດາການເຄື່ອນໄຫວປະທະກັນຢູ່ Yemen ພໍສົມຄວນ ແລະ ສ່ວນຫຼາຍຍັງໄດ້ຮັບຄວາມເຄົາລົບ ເຖິງວ່າໄດ້ໝົດກຳນົດເວລາແຕ່ເດືອນ ຕຸລາ 2022 ກໍ່ຕາມ.

ຕອບກັບ

ຂ່າວ/ບົດ​ອື່ນ